ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ວ່າການລັດທັງເປັນເຈົ້າຄອງນະຄອນBerlin
(VOVWORLD) -ຕອນເຊົ້າວັນທີ 6 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານMichael Muller ຜູ້ວ່າການລັດ ທັງເປັນເຈົ້າຄອງນະຄອນຫລວງ Berlin .
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບທ່ານ Michael Mullerຜູ້ວ່າການລັດທັງເປັນເຈົ້າຂອງນະຄອນBerlin |
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ເຈົ້າຄອງນະຄອນ ຮັບຊາບກ່ຽວກັບຈຸດປະສົງການຢ້ຽມຢາມ ເຢຍລະມັນຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າ ແລະ ສະເຫນີ ໃຫ້ ຜູ້ວ່າການລັດ ແບ່ງປັນບົດຮຽນໃນການວາງແຜນຜັງ, ພັດທະນາຕົວເມືອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກສະເຫນີ ອຳນາດການປົກຄອງນະຄອນ Berlin ສະຫນັບສະຫນູນໂຄງການ ໂຮງຮຽນລ້ຽງເດັກສອງພາສາ ເຢຍລະມັນ ແລະ ຫວຽດນາມ ແລະ ຫນູນຊ່ວຍບັນດາສູນການຄ້າຂອງຊາວຫວຽດນາມ ກໍຄືບັນດາໂຄງການຮ່ວມມື, ລົງທຶນຂອງຫວຽດນາມ ຢູ່ ເຢຍລະມັນ.