ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຮ່ວມພິທີສະເຫຼີມສະຫຼອງ65ປີມູນເຊື້ອຂະແໜງອຸດສາຫະກຳການຄ້າ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຮ່ວມພິທີສະເຫຼີມສະຫຼອງ65ປີມູນເຊື້ອຂະແໜງອຸດສາຫະກຳການຄ້າ - ảnh 1
ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມອບ
ຫຼຽນ​ໄຊ​ໂຮ່​ຈີ​ມີນ ໃຫ້​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ
(ພາບ: VGP/QuangHieu)

(vovworld) – ຕອນ​ບ່າຍວັນທີ 15/5, ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 65 ປີ ແຫ່ງວັນມູນ​ເຊື້​ອ​ຂອງຂະ​ແໜງ​ອຸດ​ສ​າ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງຂະ​ແໜງ​ອຸດ​ສ​າ​ຫະ​ກຳ​ການ​ຄ້າ​ສືບ​ຕໍ່ ປັ​ບ​ປຸງ​ສະ​ພາບ​ແວດ​ລ້ອມ​ ແຫ່ງ​ການ​ດຳ​ເນ​ີນ​ທຸ​ລະ​ກິດ, ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​​ຂອງ​ປະ​ເທດ​ຊາດ, ປະ​ຕິ​ບັດແຜນ​ຮ່າງ​ການສ້າງ​ໂຄງ​ປະ​ກອບ​​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າຄືນ​ໃໝ່. ສຳ​ລັບ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຄຳຊີ້​ນຳ​ວ່າ:

        “ຕ້ອງ​ສຸມ​ໃສ່​ພັດ​ທະ​ນາ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ຕາມ​ລວງ​ເລິກ, ເພື່ອ​​ຜະ​ລິດ​ອອກ​ຜະ​ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ຂື້ນ​ສູງເທື່ອ​ລະ​ກ້າວ, ມູນ​ຄ່າ​ການ​ສົ່ງ​ອອກໃຫຍ່, ມີ​​ກຳ​ລັງແກ່ງ​ແຍ້ງ ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ, ພ້ອມ​ທັງ​ເພີ່ມ​ທະ​ວີ ການຮ່ວມ​ສຳ​ພັນ​ຂອງວິ​ສາ​ຫະ​ກິດ ໃນ​ວິ​ວັດ​ການ​ຜະ​ລິດ, ສະ​ໜອງ​ຜະ​ລິດ​ຕະ​ພັນ. ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ໜູນ​ຊ່ວຍ​ສຳ​ລັບ​ບາງ​ຂະ​ແໜງ​ຈຸດ​ສຸມ, ກວດ​ກາ, ຕີ​ລາ​ຄາ, ເດັດ​ດ່ຽວ​ຍົກ​ເລີກ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ທີ່ບໍ່​ມີ​ປະ​ສິດ​ທິ​ຜົນ, ຖື​ເປັນ​ສຳ​ຄັນ​ການ​ຜະ​ລິດ​ຕ້ອງ​ຕິດ​ພັນ​ກັບ​ການ​ຮັກ​ສາ​ສິງ​ແວດ​ລ້ອມ”.

ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​​ຍັງຮຽກ​ຮ້ອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​​ໂຄງ​ການ ດຳ​ເນີນ​ງານ​ ປະ​ຕິ​ບັດ​ຍຸດ​ທະ​ສາດ ການ​ສົ່ງ​ອອກ-ນຳ​ເຂົ້າ​ສີນ​ຄ້າ, ໄລ​ຍະ 2011-2020 , ກຳ​ນົດ​ທິດຮອດ ປີ 2030. ພ້ອມ​ກັນ​ນັ້ນ, ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຕ້ອງ​ຍູ້​ແຮງ​ການ​ຄຸ້ມ​ຄອງ​ຕະຫຼາດ, ສະ​ກັດ​ກັ້ນ​ການ​ຄ້າ​ຂາຍ​ເຖື່ອນ, ​ເຄື່ອງ​ສິນ​ຄ້າ​ລ​ອກ​ແບບ, ເຄື່ອງ​ຂອງປອມ, ​ການສໍ້​ໂກງ​​ທາງ​ດ້ານການ​ຄ້າ, ປ້ອງ​ກັນ​ສິດ ແລະ ຜົນ​ປະ​ໂຫຍດອັນ​ຊອບ​ທຳ ໃຫ້​ແກ່​ຜູ້​ບໍ​ລິ​ໂພກ, ອຸ​ປະ​ໂພກ.

        ໃນ​ໂອ​ກາດນີ້, ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມອບຫຼຽນ​ໄຊ​ໂຮ່​ຈີ​ມີນ ໃຫ້​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ. ນີ້​ແມ່ນ​ຄັ້ງ​ທີ 2 , ທີ່ຂະ​ແໜງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ເປັນ​ກຽດ​ໄດ້​ຮັບ​ລາງ​ວັນ​​ອັນສູງ​ສົ່ງ​ນີ້.

ຂ່າວ/ບົດ​ອື່ນ