ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງໜ້າທີ່
ສຳຄັນໃນປະຈຸບັນຂອງເຂດໄຕງວຽນແມ່ນຟື້ນຕົວ
(ພາບ: VGP)
(vovworld) - ຕອນເຊົ້າວັນທີ 20/06 ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບບັນດາມາດຕະການຟື້ນຕົວເຂດໄຕງວຽນແບບຍືນຍົງ ຊຶ່ງຈັດຂຶ້ນຢູ່ນະຄອນ ບວນມາທວດ ແຂວງ ດັກຫລັກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງໜ້າທີ່ສຳຄັນໃນປະຈຸບັນຂອງເຂດໄຕງວຽນແມ່ນຟື້ນຕົວ, ພັດທະນາປ່າໄມ້. ທ່ານນາຍົກລັດຖະມົນຕີມອບໝາຍໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດສ້າງກົນໄກນະໂຍບາຍໃນການຟື້ນຕົວພັດທະນາປ່າໄມ້ເຂດໄຕງວຽນ, ຍືນສະເໜີຕໍ່ທ່ານນາຍົກລັດຖະມົນຕີໃນໄລຍະຈະມາເຖິງໄວທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງຕ້ອງລະດົມກຳລັງແຮງຂອງທັງລະບົບການເມືອງ, ຕັດສິນໃຈຟື້ນຕົວ ແລະ ພັດທະນາປ່າໄມ້ແບບຍືນຍົງ, ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນທີ່ມີປ່າ, ປະກອບສ່ວນພັດທະນາເສດຖະກິດສັງຄົມ.
ແລະກໍ່ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານຖະແຫຼງການອັດປະຕູປ່າທຳມະຊາດ.