ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼິມສະຫຼອງ 20 ປີ ADB ຢູ່ຫວຽດນາມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼິມສະຫຼອງ 20 ປີ ADB ຢູ່ຫວຽດນາມ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຂົ້າຮ່ວມພິທີສະເຫຼິມສະຫຼອງ 20 ປີ ADB ຢູ່ຫວຽດນາມ)

(vovworld) ​- ​ຕອນ​ບ່າຍ​ວັນ​ທີ 02/12, ຢູ່​ຮ່າ​ໂນ້ຍ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) (19/12/1966 - 19/12/2016) ແລະ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຫ້ອງ​ການ​ຕາງ​ໜ້າ ADB ປະ​ຈຳ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ວ່າ, ນີ້​ແມ່ນ​ເຫດ​ການ​ສຳ​ຄັນ ຮັບ​ຮອງບົດ​ບາດ​ຂອງ ADB ໃນ​ການ​ໜູນ​ຊ່ວຍ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ສັງ​ຄົມ ແລະ ຫຼຸດ​ຜ່ອນ​ຄວ​າມ​ທຸກ​ຍາກ​ຢູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ເວົ້າ​ລວມ ແລະ ຫວຽດ​ນາມ ເວົ້າ​ສະ​ເພາະ. ​ໂດຍແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກກໍ່​ຕັ້ງ​ຂອງ ADB, ຍາມ​ໃດ​ຫວຽດ​ນາມ ກໍ່​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ ADB, ຖື​ເປັນ​ສຳ​ຄັນ​ການ​ສ້າງ​​ສາຍ​ພົວ​ພັນ​ທີ່​ສະ​ໜິດ​ຕິດ​ພັນ, ມີ​ປະ​ສິດ​ທິ​ຜົນ​ກັບ ADB. ເລື່ອງ ADB ເປີດ​ອົງ​ການ​ຕ່າງ​ໜ້າ​ປະ​ຈຳ​ຫວຽດນາມ ເມື່ອ​ເດືອນ​ 12/1996 ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ADB. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ບັນ​ດາ​ໂຄງ​ການອ​ຸ​ປະ​ຖ​ຳ​ຂອງ ADB ຢູ່​ຫວຽດ​ນາມ ແມ່ນ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ມຸ່ງ​ໄປ​ສູ່​ການ​ເຕີ​ບ​ໂຕ​ຢ່າງ​ສະ​​ໝຳ​ສະເໝີ​, ໝັ້ນ​ຄົງ ແລະ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ນຳ​ຫວຽດ​ນາມ ຈາກ​ປະ​ເທດ​ທຸກ​ຍາກ, ຫຼ້າ​ຫຼັງ​ໃຫ້​ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ ມີ​ລາຍ​ຮັບ​ປານ​ກາງ, ເຊື່ອມ​ຍົງ​ເຂົ້າ​ພາກ​ພື້ນ ແລະ ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂ​ວ​າງ.

ຂ່າວ/ບົດ​ອື່ນ