ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ-ສັງຄົມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາສະມາຊິກເຂົ້າຮ່ວມກອງປະຊຸມ ຕ້ອງປະກອບຄຳເຫັນກ່ຽວກັບບັນດາຈຸດສຸມຕ້ອງມີການປ່ຽນແປງເມື່ອທຽບໃສ່ໂຄງຮ່າງກ່ອນນີ້ຍ້ອນຜົນສະທ້ອນຈາກໂລກລະບາດ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ-ສັງຄົມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວນຊວັນຟຸກ, ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VGP)

ຕອນເຊົ້າວັນທີ 28 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວນຊວັນຟຸກ, ຫົວໜ້າອະນຸກຳມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ໄດ້ເປັນປະທານກອງປະຊຸມຄົບຄະນະຄັ້ງທີ 6 ຂອງອະນຸກຳມະການດັ່ງກ່າວ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ໃນໄລຍະເກືອບ 2 ປີຜ່ານມາ, ອະນຸກຳມະການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ຈັດກອງປະຊຸມຄົບຄະນະ 6 ຄັ້ງແລ້ວ, ຄະນະປະຈຳອະນຸກຳມະການໄດ້ຈັດກອງປະຊຸມຫົວເລື່ອງສະເພາະເປັນປະຈຳ, ມານະພະຍາຍາມສ້າງຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ 2021 – 2030 ແລະ ທິດທາງ, ໜ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2021 – 2025.

        ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ນັບແຕ່ປີ 2019 ມາຮອດປະຈຸບັນ, ທົ່ວໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19, ເຮັດໃຫ້ເກີດວິກິດການທາງດ້ານເສດຖະກິດຢ່າງໜັກໜ່ວງກວ່າໄລຍະ 1929 – 1933. ເຖິງວ່າສະພາບການລວມພວມປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ວ່າ, ບາງຂົງເຂດຍັງມີການເຕີບໂຕດີ, ຄືດ້ານການຄ້າໃນປະຈຸບັນແມ່ນສົ່ງອອກເກີນດຸນກວ່າ 10 ຕື້ USD; ການຜະລິດກະສິກຳໄດ້ຮັບຜົນດີໄດ້ລາຄາ ແລະ ຍັງສາມາດຮັກສາຄາດໝາຍສົ່ງອອກຂອງທັງປີບັນລຸ 41 – 42 ຕື້ USD.ທ່ານກ່າວວ່າ:

ສຳລັບຄວາມຫຍຸ້ງຍາກນັ້ນ, ພວກເຮົາໄດ້ພະຍາຍາມຜ່ານຜ່າ ແລະ ຄຸນຄ່າຂອງປະເທດຊາດໃນຄວາມຫຍຸ້ງຍາກນັ້ນໄດ້ຍົກສູງຂຶ້ນ. ໃນການສຳຫຼວດຫາງສຽງສັງຄົມຂອງຄະນະໂຄສະນາສຶກສາສູນກາງພັກ ຫາກໍ່ປະກາດນັ້ນ  97% ຈຳນວນຜູ້ຖືກຖາມ ກໍລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ບັນດາມາດຕະການທີ່ມີໝາກຜົນຂອງພັກ ແລະ ລັດ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນນ້ຳໃຈຂອງຊາດ, ແຜນນະໂຍບາຍຂອງພັກ ແລະ ຈິດໃຈຂອງປະຊາຊົນ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ພວກເຮົາຜ່ານຜ່າຄວາມຫຍຸ້ງຍາກ, ນຳປະເທດຊາດບືນຕົວຂຶ້ນໃນໄລຍະຈະມາເຖິງ”.

        ກ່ຽວກັບທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາສະມາຊິກເຂົ້າຮ່ວມກອງປະຊຸມ ຕ້ອງປະກອບຄຳເຫັນກ່ຽວກັບບັນດາຈຸດສຸມຕ້ອງມີການປ່ຽນແປງເມື່ອທຽບໃສ່ໂຄງຮ່າງກ່ອນນີ້ຍ້ອນຜົນສະທ້ອນຈາກໂລກລະບາດ. ໃນນັ້ນມີການວາງແຜນກຳນົດ, ແຜນການພັດທະນາແຫ່ງຊາດ, ເຂດພາກ, ຂະແໜງ, ຂົງເຂດ; ການປ້ອງກັນຕ້ານໄພທຳມະຊາດ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ; ການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ…

ຕອບກັບ

ຂ່າວ/ບົດ​ອື່ນ