ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳບັນດາທ້ອງຖິ່ນທາງພາກໃຕ້

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີໃຫ້ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການປຶກສາຫາລືກ່ຽວກັບຮູບແບບການພັດທະນາຂອງເຂດ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳບັນດາທ້ອງຖິ່ນທາງພາກໃຕ້ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳບັນດາທ້ອງຖິ່ນທາງພາກໃຕ້

(ພາບ: TTXVN)

ຕອນບ່າຍວັນທີ 05 ເມສາ, ຢູ່ນະຄອນເກີນເທີ, ເນື່ອງໃນໂອກາດລົງຢ້ຽມຢາມ ອວຍພອນບຸນປີໃໝ່ Chol Chnam Thmay ປີ 2019 ຢູ່ບາງແຂວງທາງພາກໃຕ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບການຜັນຂະຫຍາຍໜ້າທີ່ພັດທະນາຢູ່ບັນດາເຂດໃນໄລຍະຜ່ານມາ. ເຂົ້າຮ່ວມການເຮັດວຽກຍັງມີທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ, ທ່ານ ເຈີນແທັງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີໃຫ້ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການປຶກສາຫາລືກ່ຽວກັບຮູບແບບການພັດທະນາຂອງເຂດ, ສະເໜີບັນດາກົນໄກ, ນະໂຍບາຍ, ມາດຕະການແກ້ໄຂຢ່າງຍາວນານ, ເໝາະສົມກັບສະພາບຕົວຈິງຂອງແຂວງ.

        ທີ່ການເຮັດວຽກ, ການນຳທ້ອງຖິ່ນຕ່າງໆໃນເຂດສະເໜີໃຫ້ລັດຖະບານເອົາໃຈໃສ່ໜູນຊ່ວຍເຂດພັດທະນາບັນດາຂົງເຂດອຸດສາຫະກຳ ແລະ ການບໍລິການ; ດຶງດູດການລົງທຶນເຂົ້າຂົງເຂດກະສິກຳເພື່ອໃຫ້ມີສົ້ນອອກທີ່ດີ ແລະ ມີມູນຄ່າເພິ່ມສູງ, ຊຸກຍູ້ການພັດທະນາກະສິກຳແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ