.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກກັບການນຳແຂວງດ້ຽນບຽນ
(ພາບ: nhandan.com)
(vovworld) - ໃນລາຍການປະຕິບັດງານຢູ່ແຂວງ ດ້ຽນບຽນ, ຕອນບ່າຍວັນທີ 01/10, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ດ້ຽນບຽນ ເຊິ່ງແມ່ນໜຶ່ງໃນບັນດາທ້ອງຖິ່ນ ທຸກຍາກທີ່ສຸດໃນເຂດຕາເວັນຕົກສ່ຽງເໜືອ, ດ້ວຍອັດຕາຄອບຄົວທຸກຍາກກວມກ່ວາ 48%. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງຄະນະພັກ, ອຳນາດການປົກຄອງແຂວງ ດ້ຽນບຽນ ຕ້ອງເດັດດຽວຮັບປະກັນສະພາບຄວາມສະຫງົບປອດໄພດ້ານການເມືອງ, ຄວາມເປັນລະບຽບຮຽຍຮ້ອຍໃນສັງຄົມໃຫ້ດີ. ດ້ຽນບຽນ ຄວນຍົກສູງກຳລັງຄວາມສາມາດ, ເປີດກ້ວາງການມອບສິດໃຫ້ປະຊາຊົນໃນການຄຸ້ມຄອງ, ພັດທະນາປ່າໄມ້. ແຂວງຄວນຍູ້ແຮງການສົ່ງເສີມກະສິກຳ, ສົ່ງເສີມ ປ່າໄມ້ ພິເສດແມ່ນເອົາໃຈໃສ່ຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ພິເສດແມ່ນຜ່ານການສຶກສາ, ບຳລຸງສ້າງ, ສ້າງເງື່ອນໄຂສະດວກໃຫ້ລູກຫຼານພໍ່ແມ່ປະຊາຊົນໄດ້ຮຳ່ຮຽນ, ຝຶກຝົນຫຼໍ່ຫຼອມກ່ວາອີກ ເພື່ອຮັບເອົາພູມປັນຍາ, ຖືນີ້ແມ່ນມາດຕະການສຳຄັນ ເພື່ອບືນຕົວຂຶ້ນຫລຸດພົ້ນຈາກຄວາມທຸກຍາກ, ພັດທະນາເສດຖະກິດ - ສັງຄົມທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ດ້ຽນບຽນ ຄວນມີບັນດາມາດຕະການບຸກທະລຸໃນການພັດທະນາການທ່ອງທ່ຽວ, ປະຕິບັດ ວຽກງານໂຄສະນາໃຫ້ດີກ່ວາອີກ, ສ້າງເຄື່ອງໝາຍການຄ້າທ່ອງທ່ຽວບົນພື້ນຖານມູນເຊື້ອວັດທະນະທຳຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນນ້ອຍຢູ່ທ້ອງຖິ່ນ.