ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບແຂວງເບ໋ນແຈ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບແຂວງເບ໋ນແຈ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ແລະ ການ​ນຳ​ບັນດາ​ກະຊວງ​
ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງແຂວງ​ ເບ໋ນ​ແຈ

(vovworld) - ຕອນ​ເຊົ້າ​ວັນ​ທີ 18/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ແລະ ການ​ນຳ​ບັນດາ​ກະຊວງ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງແຂວງ​ ເບ໋ນ​ແຈ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ​ເຄິ່ງຕົ້ນ​ປີ 2016. ພິ​ເສດ​ແມ່ນ​ວຽກ​ງານ​ແກ້​ໄຂ​ໄພ​ແຫ້ງ​ແລ້ງ, ນຳ້​ທະ​ເລ​ຊືມ​ເຂົ້າ. ທີ່​ການ​ປະຊຸມ, ການ​ນຳ​ແຂວງ ​ເບ໋ນ​ແຈ ​ໄດ້​ສະ​ເໜີ​​ທ່ານ​ນາຍົກລັດຖະມົນຕີ ໜູນຊ່ວຍ​ລົງທຶນ​ເຂົ້າ​ບາງ​ໂຄ​ງການ​ຕ້ານໄພ​ແຫ້ງ​ແລ້ງ ​ແລະ ນຳ້​ທະ​ເລ​ຊືມ​ເຂົ້າ.

ທີ່​ການ​ເຮັດ​ວຽກ, ພ້ອມ​ກັບ​ການ​ຮັບ​ເອົາ​ບັນດາ​ຂໍ້​ສະ​ເໜີ​ຂອງ​ການ​ນຳ​ແຂວງ ​ເບ່ນ​ແຈ​ແລ້ວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ ສະ​ເໜີ​ທາງ​ແຂວງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ວາງ​ແຜນ​ກຳນົດ, ພິ​ເສດ​ແມ່ນ​ວາງ​ແຜນ​ກຳນົດ​ກ່ຽວ​ກັບ​ແຫຼ່ງຊັບພະຍາກອນ​ນຳ້ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ພ້ອມ​ກັນ​ນັ້ນ​ແມ່ນ​ການ​ສ້າງ​ໂຄງ​ປະກອບ​ເສດ​ຖະກິດ ຕິດ​ພັນ​ກັບ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.

ຕ້ອງ​ມີ​ມາດ​ຕະການ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໂດຍ​ລະອຽດ​ແມ່ນ​ຕ້ອງ​ໝູນ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ​ແນວ​ພັນ​ປູກ, ສັດລ້ຽງ. ຂົນຂວາຍ​ປະຊາຊົນ​ປ່ຽນ​ເວລາ,​ຄວາມ​ຊິນ​ເຄີຍ​ໃນ​ການ​ປູກຝັງ. ປຸກລະດົມ​ຂະ​ບວນການ​ມະຫາຊົນ ​ເພື່ອ​ໃຫ້​ປະຊາຊົນ​ຮັບ​ຮູ້​ໄດ້​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເພື່ອ​ມີ​ມາດ​ຕະການ​ຢ່າງ​ລະອຽດ. ບໍ່​ແມ່ນ​ວ່າ​ເຮັດ​ຕາມ​ຄວາມ​ຊິນ​ເຄີຍ​​ແບບເກົ່າ. ​ໃນ​ການ​ພັດທະນາ​ຕ້ອງ​ແບ່ງ​ທຶນ​ໃຫ້​ບັນດາ​ກິດຈະກຳ, ​​ເປັນ​ຕົ້ນ​ແມ່ນ​ບັນດາ​ໂຄງການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ“.

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ ກໍ່​ຊີ້​ນຳ​ໃຫ້​ແຂວງ ​ເບ໋ນ​ແຈ​ຄວນ​ຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ​ໄປ​ສູ່​ຂົງ​ເຂດ​ອຸດສາຫະກຳ​ຜະລິດ​ປຸງ​ແຕ່ງ ​ແລະ ການ​ບໍລິການ.

ຂ່າວ/ບົດ​ອື່ນ