ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄປເຖິງນະຄອນຫລວງUlanBatorເລີ່ມຕົ້ນການຢ້ຽມຢາມມົງໂກນຢ່າງເປັນທາງການ


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄປເຖິງນະຄອນຫລວງUlanBatorເລີ່ມຕົ້ນການຢ້ຽມຢາມມົງໂກນຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາຍົກລັດຖະມົນຕີ
ມົງ​ໂກນ Jagaltulga  Erdenebatໄດ້ພ້ອມ​ກັນ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​
ບາງ​ເອກະສານ​ການຮ່ວມ​ມືລະຫວ່າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຂອງ 2 ປະ​ເທດ

(vovworld) –​​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ມົງ​ໂກນ Tsakhiagiin Elbegdorj ແລະ ທ່ານ​ນາຍົກລັດຖະມົນຕີ ມົງ​ໂກນ Jagaltulga Erdenebat ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ພັນ​ລະ​ຍາ​ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເລີ່ມ​ຕົ້ນການ​ຢ້ຽມຢາມ ມົງ​ໂກນ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 13 – 14 / 07. ຕ້ອນຮັບ​ຄະນະ​ຜູ້​ແທນ​ຢູ່​ສະໜາມ​ບິນ ມີ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ມົງ​ໂກນ Purevsuren Lundeg ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ມົງ​ໂກນ ຈຳນວນ​ໜຶ່ງ; ​ທ່ານ ຟານ​ດັງ​ເຢືອງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ມົງ​ໂກນ ພ້ອມ​ດ້ວຍ​ພະນັກງານ​ພາລະ​ກອນ​ສະຖານທູດ.

        ​ໃນ​ຕອນ​ບ່າຍວັນ​ທີ 13/07 ​, ທ່ານ​ນາຍົກລັດຖະມົນຕີ ມົງ​ໂກນ Jagaltulga Erdenebat ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຢ່າງ​ເປັນ​ທາງ​ການຢູ່​ສະໜາມ​ຫລວງ Chinggis Khan ​ນະຄອນຫລວງ Ulan Bator​ . ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.ທີ່​ການ​ເຈ​ລະ​ຈາ, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກຢືນ​ຢັນ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ຫວັງ​ຊຸກ​ຍູ້​ການ​ພົວ​ພັນ​ທຸກ​ດ້ານ​ກັບ​ມົງ​ໂກນ, ເຊື່ອ​ໝັ້ນ ມົງ​ໂກນຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ລົບ​ຄັ້ງ​ທີ 11ຢ່າງ​ສຳ​ເລັດຜົນ. ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ຢືນ​ຢັນຖື​ເປັນ​ສຳ​ຄັນ ແລະ ຫວັງ​ເພີີ່ມ​ທະ​ວີ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ຕອບ​ສະ​ໜອງຄວາມ​ມຸງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ໂລກ. 2 ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ເສ​ລີ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ, ການ​ບິນ​ບົນ​ທະ​ເລ​ຕາ​ເວັນ​ອອກ. ສະ​ໜັບ​ສະ​ໜູນ​ການແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC), ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ ແລະ ການທູດ​ເພື່ອ​ສະ​ກັດ​ກັ້ນ, ກ້າວ​ໄປ​ສູ່​ການ​ສ້າງ​ປະ​ມວນ​ຫຼັກ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.    ສ່ວນ​ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີມົງ​ໂກນ Jagaltuga ຢືນຢັນ​ວ່າ ການ​ຢ້ຽມ​ຢາມ​ຂອງທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ແມ່ນ​ມີ​ຄວາມ​ໝາຍ​ພິ​ເສດ, ເປີດ​ໜ້າ​ປະຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ. ມົງ​ໂກນ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ຫວຽດ​ນາມ. ​ພາຍຫ​ລັງກາ​ນ​ເຈລະຈາການ​ນຳ 2 ທ່ານ​​ໄດ້ພ້ອມ​ກັນ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ບາງ​ເອກະສານ​ການຮ່ວມ​ມືລະຫວ່າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຂອງ 2 ປະ​ເທດ.
ແລະ ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກໍ​ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິບໍ​ດີ ມົງ​ໂກນ​ຢ່າງ​ສະ​ໜິດ​ສະ​ໜົ​ມ.




ຂ່າວ/ບົດ​ອື່ນ