ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງປະກາດຄຳສັ່ງລົງມືກໍ່ສ້າງເຂດປະສົມກັ່ນນ້ຳມັນງິີເຊີນ

(vovworld)- ​​​ເຂດ​ປະສົມ​ກັ່ນ​ນ້ຳ​ມັນ ງີ​ເຊີນ ຢູ່​ເຂດ​ເສດຖະກິດ ງີ​ເຊີນ ​ເມືອງ ຕີ້​ງຢາ ​ແຂວງ ​ແທງ​ຮ່ວາ ມີ​ຍອດ​ລະດັບ​ການ​ລົງທຶນ​ກວ່າ 9 ຕື້ USD ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຕາມ​ສັນຍາ​ຮ່ວມ​ທຸລະ​ກິ​ດລະຫວ່າງ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ (PVN), ບໍລິສັດ​ນຳ້​ມັນ​ອາຍ​ແກ​ສ ສາກົນ ຄູ​ເວດ, ບໍລິສັດ Idemitsu Kosan ຂອງ​ຍີ່​ປຸ່ນ ​ແລະ ບໍລິສັດ​ເຄມີ Mitsui ຂອງ​ຍີ່​ປຸ່ນ ພ້ອມ​ກັນ​ປະກອບ​ທຶນ.

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງປະກາດຄຳສັ່ງລົງມືກໍ່ສ້າງເຂດປະສົມກັ່ນນ້ຳມັນງິີເຊີນ - ảnh 1
ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູງກ່າວຄຳເຫັນທີ່ພິທີ

ກ່າວ​ຄຳ​ເຫັນ​ທີ​່ພິທີ​ລົງມື​ກໍ່ສ້າງ​ໃນ​ຕອນ​ເຊົ້າ​ວັນ​ທີ 23/10, ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູງ ​ຢືນຢັນ: ​ໂຄງການ​ເຂດ​ປະສົມ​ກັ່ນ​ນຳ້ມັນ ງີ​ເຊີນ ​ແມ່ນ​ກິດຈະກຳ​ສຳຄັນ​ແຫ່ງ​ຊາດ​ກ່ຽວ​ກັບ​ນ້ຳມັນ​ອາຍ​ແກ​ສ, ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຄ້ຳປະກັນ​ດ້ານ​ພະລັງງານ​ຂອງ​ຫວຽດນາມ. ນີ້​ແມ່ນ​ເຂດ​ກັ່ນ​ນຳ້ມັນ​ໃຫຍ່​ກວ່າ​ໝູ່​ ຂອງ​ຫວຽດນາມ ມາ​ຮອດ​ຈຸດ​ເວລາ​ນີ້ ​ແລະ ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ທີ່​ສຸດ. “ຂ້າພະ​ເຈົ້າ​ສ​ະ​ເຫ​ນີ​ເຈົ້າ​ຂອງ​ການ​ລົງທຶນ ພ້ອມ​ກັບ​ທີ່​ປຶກສາ​ເຊີດ​ຊູ​ຄວາມ​ຮັບຜິດຊອບ, ​ເຂັ້ມ​ງວດ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ຖືກ​ຕ້ອງ ​ເພື່ອ​ຮັບປະກັນ​ລະດັບ​ຄວາມ​ໄວ​, ຄຸນ​ນະພາ​ບຂອງ​ໂຄງການ​ນີ້. ຂ້າພະ​ເຈົ້າ​ສະ​ເຫ​ນີບັນດາ​ກະຊວງ,​ ຂະ​ແຫນງ​ການ​ກ່ຽວຂ້ອງ​ຂອງ​ຫວຽດນາມ ສົມທົບ​ກັບ​ແຂວງ​ແທງ​ຮວາ, ​ເຈົ້າຂອງ​ການ​ລົງທຶນ​ພ້ອມ​ກັນ​ແກ້​ໄຂຄວາມ​ຫຍຸ້ງຍາກ, ຂໍ​້ຕິດ​ຂັດ, ຕິດ​ຕາມກວດກາ​ຢ່າງ​ໃກ້ຊິດ​ເພື່ອ​ຊຸກຍູ້​ໂຄງການ.”

ຂ່າວ/ບົດ​ອື່ນ