ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ7

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ7 - ảnh 1
ກອງ​ປະ​ຊຸມ​ສຸດຍອດ ແມ່​ນ້ຳ​ຂອງ - ຍີ່​ປຸ່ນ ຄັ້ງ​ທີ 7
ພາບ:baocongthuong.vn

(vovworld)-​ ວັນ​ທີ4/7, ຢູ່ ໂຕ​ກຽວ ໄດ​້​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ ແມ່​ນ້ຳ​ຂອງ - ຍີ່​ປຸ່ນ ຄັ້ງ​ທີ 7 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນ​ດາ​ປະ​ເທດ​ຄື: ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ, ຫວຽດ​ນາມ ແລະ ຍີ່​ປຸ່ນ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໂດຍ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ  ນຳ​ຫນ້າ. ບັນ​ດາ​ການ​ນຳ​ໄດ້​ເຫັນ​ດີ ຮັບ​ຮອງ​ເອົາ​ຍຸດ​ທະ​ສາດ ໂຕ​ກຽວ ປີ 2015 ດ້ວຍ​ຈຸດ​ໝາຍ​ໃຫ້​ແກ່​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ຍີ່​ປຸ່ນ ໄລ​ຍະ 2006-2018 ແມ່ນ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ແລະ ບັນ​ລຸ ການ​ເຕີບ​ໂຕ​ມີ​ຄຸນ​ນະ​ພາບ ຢູ່ ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.

        ໃນ​ຖະ​ແຫລງ​ການ​ຮ່ວມ ແມ່​ນ້ຳ​ຂອງ - ຍີ່​ປຸ່ນ, ບັນ​ດາ​ການ​ນຳ ຮັບ​ຮູ້​ຄວາ​ມ​ສຳ​ຄັນ​ຂອງ​ມະ​ຫາ​ສະ​ຫມຸດ ແມ່ນ​ຊັບ​ສົມ​ບັດ​ລວມ​ຂອງ​ໂລກ ແລະ ຢືນ​ຢັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ໃນ​ພ​າ​ກ​ພື້ນ, ເນັ້ນ​ຫນັກ​ເຖິງ​ເລື່ອງ ຕ້ອງ​ປະ​ຕິ​ບັດ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶ​ດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຄົບ​ຖ້ວນ, ມີ​ປະ​ສິດ​ທິ​ຜົນ ແລະ ບັນ​ລຸ​ປະ​ມ​ວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ.

ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ພາຍ​ຫລັງ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢື​ນ​ຢັນ:

        “ໝາກ​ຜົນ​ພົ້ນ​ເດັ່ນ​ຂອງກ​ອງ​ປະ​ຊຸມ​ຄັ້ງນີ້ ແມ່ນ​ການ​ຮັບ​ຮອງ​ເອົາ “ຍຸດ​ທະ​ສາດ​ໂຕ​ກຽວ ປີ 2015” ດ້ວຍ​ບັນ​ດາ​ທິດ​ທາງ​ໃຫຍ່​ໃຫ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ ໄລ​ຍະ 2016-2018. ຈຸດ​ໝາຍ​ຂອງ​ຍຸດ​ທະ​ສາດ​ແມ່ນ​ຊຸກ​ຍູ້​ການ​ເຕີບ​ໂຕ​ຄຸນ​ນະ​ພາບ​ຢູ່​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ແລະ​ເປີດກວ້າງ​ການ​ຮ່ວມ​ມື​ໃຫມ່​ລະ​ຫວ່າງ ຍີ່​ປຸນ ແລະ ບັນ​ດາ​ປະ​ເທດ ແມ່​ນ້ຳ​ຂອງ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ທັງ​ພາກ​ພື້ນ. ບັນ​ດາ​ການ​ເຄື່ອນ​ໄຫວບໍ່​ພຽງ​ແຕ່​​ລະ​ຫວ່າງລັດ​ຖ​ະ​ບານ​ເທົ່າ​ນັ້ນ ຫາກ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ…”

ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ: ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ຄວາມ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ຄວາມ​ມຸ່ງ​ຫວັງ ແລະ ແມ່ນ​ຜົນ​ປະ​ໂຫຍດ, ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ບັນ​ດາ​ປະ​ເທດ​ພາຍໃນ​ພາກ​ພື້ນ ແລະ ນອກ​ພາກ​ພື້ນ.

ແທງ​ຈູງ- ນັກ​ຂ່າວ VOV

 

ຂ່າວ/ບົດ​ອື່ນ