ທ່ານນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງເຮັດວຽກກັບການນຳແຂວງກວາງຈິ້

ທ່ານນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງເຮັດວຽກກັບການນຳແຂວງກວາງຈິ້ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງເຮັດວຽກກັບການນຳແຂວງກວາງຈິ້)

(vovworld) ​​- ຕອນ​ບ່າຍ​ວັນ​ທີ 10/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດ ຖະມົນຕີຫງວຽນ​ເຕິ້ນຢຸ້ງ ​ໄດ້​ມີ​ການ​ເຮັດ​ວຽກ​ ກັບ​ການ​ນຳ​ຫຼັກແຫຼ່ງ​ຂອງແຂວງ​ກວາງ​ຈິ້ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາຂໍ້​ຕິດ​ຄັດ, ຄວາມຫຍຸ້ງຍາກ​ຂອງ​ເຂດ​ເສດຖະກິດ-​ການ​ຄ້າ​ພິ​ເສດ​ລາວ​ບາ​ວ.

      ທ່າ​ນນາຍົກລັດຖະມົນຕີຫງວຽນ​ເຕິ້ນຢຸ້ງ ​ເນັ້ນ​ໜັກ​ວ່າ: ກວາງ​ຈິ້ ແມ່ນ​ເຂດດິນ​ແດນ​ທີ່ມີ​ມູນ​ເຊື້ອ​ຮັກ​ຊາດ, ການປະຕິວັດ ​ແລະ ກໍ່​ແມ່ນ​ເຂດດິນ​ແດນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫຼາຍ​ຢ່າງ, ຖືກ​ສົງຄາມທຳລາຍຢ່າງ​ໜັກໜ່ວງ. ຍາມ​ໃດ ພັກ, ລັດ ​ກໍ່​ສະຫງວນ​ຄວາມ​ເອົາໃຈ​ໃສ່ພິ​ເສດ​ຕໍ່​ກວາງ​ຈິ້; ຈາກ​​ແຫຼ່ງທຶນ​ໜູນ​ຊ່ວຍ​ຂອງ​ສູນ​ກາງ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ທ້ອງ​ຖິ່ນ, ​ໃນ​ໄລຍະ​ເວລາ​ຜ່ານ​ມາ, ກວາງ​ຈິ້​ ບັນ​ບຸ​ໄດ້​ບັນດາ​ໝາກຜົນ​ຢ່າງຮອບດ້ານພໍ​ສົມຄວນ​​​ໃນ​ພາລະກິດ​​ສ້າງສາ ​ແລະ ພັດທະນາ​ເສດຖະກິດ-​ສັງຄົມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ້ນຢຸ້ງ ປາດ​ຖະໜາ​ວ່າ: ກວາງ​ຈິ້ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ການປະຕິວັດ, ນຳ້​ໃຈສາມັກຄີ, ​ເອກະ​ພາບ; ມີ​ຄວາມມານະ​ພະຍາຍາມ​ໃນ​ການ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບຂອງ​ທ້ອງ​ຖິ່ນ​ກ່ວາ​ອີກ ​ເພື່ອ​ສືບ​ຕໍ່​ບືນ​ຕົວ​ຂຶ້ນ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ-​ສັງຄົມ, ສ້າງ​ການ​ພັດທະນາ​ຢ່າງສະໝຳ່ສະ​ເໝີ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ