ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ
photo:vietnamplus.vn
|
(vovworld) - ວັນທີ 14/3, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ແລກປ່ຽນຄຳເຫັນທາງໂທລະສັບກັບທ່ານ Denis McDonough, ຫົວຫນ້າຫ້ອງວ່າການທຳນຽບຂາວ, ເພື່ອແລກປ່ຽນບັນດາມາດຕະການລະອຽດເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ- ອາເມລິກາ ກໍຄືເພີ່ມທະວີການສົມທົບໃນວິວັດທະນາການເຈລະຈາສັນຍາຄູ່ຮ່ວມມືເຂດປາຊີຟີກ -TPP. ສອງຝ່າຍໄດ້ເນັ້ນຫນັກຢ່າງແຮງເຖິງຄວາມສຳຄັນໃນການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ ແລະ ອາເມລິກາ ແລະ ພ້ອມກັນສືບຕໍ່ມານະພະຍາຍາມຍູ້ແຮງການຮ່ວມມືສອງຝ່າຍໃນບັນດາຂົງເຂດ. ສອງຝ່າຍຢືນຢັນ: ຕັດສິນໃຈສົມທົບກັນຢ່າງແຫນ້ນແຟ້ນເພື່ອສິ້ນສຸດການເຈລະຈາ TPP ໂດຍໄວ.