ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບອະດີດນັກຮຽນຂອງໂຮງຮຽນຍຸວະຊົນການທະຫານ

(VOVWORLD) -ຕອນເຊົ້າວັນທີ 22 ກັນຍາ ຢູ່ຮ່່າໂນ້ຍ,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບອະດີດນັກຮຽນຂອງໂຮງຮຽນຍຸວະຊົນການທະຫານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງ (1949 – 2019). ເຂົ້າຮ່ວມເຫດການ ຍັງມີການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄູອາຈານ ແລະ ນັກຮຽນຍຸວະຊົນການທະຫານລຸ້ນຕ່າງໆໃນທົ່ວປະເທດ ເກືອບ 500 ຄົນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບອະດີດນັກຮຽນຂອງໂຮງຮຽນຍຸວະຊົນການທະຫານ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບອະດີດນັກຮຽນຂອງໂຮງຮຽນຍຸວະຊົນການທະຫານ (ພາບ: TTXVN)

        ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ປະຫວັດສາດຂອງຊາດຮັບຮູ້ບັນດາການປະກອບສ່ວນຂອງນັກຮຽນຍຸວະຊົນການທະຫານລຸ້ນຕ່າງໆຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຖືວ່າ ການສ້າງຕັ້ງໂຮງຮຽນຍຸວະຊົນການທະຫານໃນສະພາບທີ່ປະເທດມີຄວາມຫຍຸ້ງຍາກ, ຂາດເຂີນ ແລະ ກໍາລັງເກີດສົງຄາມນັ້ນ ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງພັກ ແລະ ປະທານໂຮ່ຈີມິນ ກ່ຽວກັບການບໍາລຸງສ້າງແຫຼ່ງພະນັກງານໃຫ້ແກ່ປະເທດຊາດ. ມາຮອດປັດຈຸບັນ, ຍຸວະຊົນການທະຫານລຸ້ນຕ່າງໆ ຍັງຄົງສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ ເມື່ອໄດ້ເຫັນລຸ້ນພະນັກງານທີ່ມີຄຸນສົມບັດດີ, ມີຄວາມເກັ່ງກ້າສາມາດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ. ຍຸວະຊົນການທະຫານນັບພັນຄົນໃນທົ່ວປະເທດ ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງພັກ, ຂອງປະຊາຊົນ. ນັ້ນແມ່ນມູນເຊື້ອອັນດີງາມຂອງຊາດ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ອະດີດຍຸວະຊົນການທະຫານ ຈະເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກ, ລັດ ແລະ ຍຸວະຊົນການທະຫານ, ສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດປະຕິວັດຂອງພັກ, ຂອງປະຊາຊົນ, ສ້າງສາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ໝັ້ນຄົງເຂັ້ມແຂວງ ແລະ ສວຍງາມກວ່າ ຄືດັ່ງຄວາມປາດຖະໜາຂອງປະທານໂຮ່ຈີມິນ. 

ຕອບກັບ

ຂ່າວ/ບົດ​ອື່ນ