ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢູງ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານຜະລິດນົມຜົງ

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢູງ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານຜະລິດນົມຜົງ - ảnh 1
ໂຮງງານ​ຜະລິດ​ນົມ​ຜົງ

(ພາບ: thutuongnguyentandung.org)

(vovworld)- ​​ຕອນ​ເຊົ້າວັນທີ  22/4,  ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ​ຫງວຽນ​ເຕີນ​ຢູງ ​ໄດ້ເຂົ້າຮ່ວມ​ພິທີ​ເປີດ​ສະຫຼອງ​ໂຮງງານ​ຜະລິດ​ນົມ​ຜົງ​ເດັກນ້ອຍ ສັງກັດ​ບໍລິສັດ​ຫຸ້ນ​ສ່ວນ​ນົມ​ຫວຽດນາມ (Vinamilk) ຢູ່​ເຂດ​ອຸດສາຫະກຳ​ຫວຽດນາມ-​ສິງກະ​ໂປ ຢູ່​ແຂວງ​ບິ່ງ​ເຢືອງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ​ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ​ຫງວຽນ​ເຕີນ​ຢູງ ໄດ້ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ພະ​ນັກ​ງານ, ກຳມະກອນ, ພາລະ​ກອນ ບໍລິສັດ Vinamilk ຊື່​ງ​ໄດ້​ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ Vinamilk ກາຍ​ເປັນ​ວິ​ສາ​ຫະກິດດີ​ເດັ່ນ​ໃນ​ຈຳນວນ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ທີ່​ໄດ້ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າງົບປະ​ງານ​ແຫ່ງ​ລັດ​ນັບ​ມື້​ນັບ​ຫຼາຍ:

  “ການ​ກໍ່ສ້າງ​ໂຮງງານ​ຜະລິດ​ນົມ​ຜົງ​ຫວຽດນາມ ​ໂດຍ ​Vinamilk ເປັນ​ເຈົ້າຂອງ​ລົງທຶນ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ການວາງ​ແຜນ​ກຳນົດ​ພັດທະນາຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ​ນົມ​ຂອ​ງຫວຽດນາມ ​​ໃຫ້​ປະກົດ​ຜົນ​ເປັນ​ຈິງຢ່າງ​ມີ​ຊີ​ວີ​ດຊີວາ ​ແລະ ​ແທດ​ຈິງ. ຜ່ານ​ນັ້ນ, ສົ່ງ​ເສີມ​ການ​ພັດ​ທະ​ນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ, ຮັບ​ໃຊ້​ປະຊາຊົນ ​ແລະ ຂຸດ​ຄົ້ນບັນດາ​ແຫຼ່ງວັດຖຸ​ດິບ​ພາຍ​ໃນ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ

ຂ່າວ/ບົດ​ອື່ນ