ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸ້ງລົງເຮັດວຽກຢູ່ແຂວງ ກວາງຫງ້າຍ

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸ້ງລົງເຮັດວຽກຢູ່ແຂວງ ກວາງຫງ້າຍ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ 
ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງກວາງ​ຫງ້າ​ຍ

(Vovworld)- ຕອນ​ບ່າຍ​ວັນ​ທີ 13/9, ທີ່ນະຄອນກວາງຫງ້າຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນເຕີ້ນຢຸງ ພ້ອມກັບການນຳ ບາງກະຊວງ, ຂະແໜງການ ຂັ້ນສູນກາງ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງກວາງ​ຫງ້າ​ຍກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທ້ອງ​ຖິ່ນ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸງ ​ໄດ້​ຊົມ​ເຊີຍ, ຕີ​ລາ​ຄາສູງ ຄວາມ​ມານະ​ພະຍາຍາມ ​ແລະ ບັນດາ​ຜົນງານ​ໃນ​ການ ພັດທະນາ​ເສດຖະກິດ-ສັງຄົມຢ່າງຮອບດ້ານ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້​ຂອງ​ອົ​ງຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ກວາ​ງຫງ້າ​ຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຮັກສາ​ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ສູງ,​ຍູ້​ແຮງ​ການ​ຫັນ​ປ່ຽນ​ໂຄງ​ປະກອບ​ເສດ​ຖະກິດ​ຕາມ​ທິດ​ທັນ​ສະ​ໄໝ, ຍົກ​ສູງລາຍ​ຮັບ​ຄິດ​ສະ​ເລ່ຍ​ໃສ່​ຫົວ​ຄົນ, ຊຸກຍູ້​ການ​ຜະລິດ​ກະ​ສີ​ກຳ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຍັງ​ສະ​ເໜີ​ແຂວງ​ກວາງ​ຫງ້າ​ຍ ຈົ່ງ​ສ້າງ​ແຜນ​​ແມ່​ບົດ​ກໍ່ສ້າງ​ເມືອງ​ເກາະ​ຫຼີ​ເຊີນ​ໃຫ້​ສົມບູນ​ແບບ​ເພື່ອ​ຍື່ນ​ສະ​ເໜີ​ລັດຖະບານ​ອະນຸມັດ​ຜ່ານ. 

ຕອບກັບ

ຂ່າວ/ບົດ​ອື່ນ