ທ່ານນາຍົກລັດຖະມົນຕີອີຣັກຖະແຫລງຈະປົດປ່ອຍປະເທດຊາດອອກຈາກISໃນປີ2016

ທ່ານນາຍົກລັດຖະມົນຕີອີຣັກຖະແຫລງຈະປົດປ່ອຍປະເທດຊາດອອກຈາກISໃນປີ2016 - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ Haider al Abadi
foto:Reuters
 (vovworld)-  ​ ​ວັນ​ທີ 28/12,ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ Haider al Abadi ໄດ້​ຖະ​ແຫລງວ່າ ປີ 2016 ຈະ​ປົດ​ປ່ອຍ​ທົ່ວປະ​ເທດ​ອອກ​ຈາກ ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ. ກ່າວ​ຄຳ​ເຫັນ​ທາງ​ໂທ​ລະ​ພາບ ພາຍ​ຫລັງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ຫາກໍ່​ຍາດ​ໄດ້​ສິດ​ຄວບ​ຄຸມ​ນະ​ຄອນ Ramadi ຈາກ​ກຳ​ມື​ຂອງ​ອົງ​ການ IS, ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ al Abadi ເວົ້າ​ວ່າ: ຖ້າ​ ປີ 2015 ແມ່ນ​ປີ​ຂອງ​ການ​ປົດ​ປ​່ອຍ, ປີ 2016 ຈະ​ແມ່ນ​ປີ​ຂອງ​ບັນ​ດາ​ໄຊ​ຊະ​ນະ​ທີ່​ຍິ່ງ​ໃຫຍ່, ດັບ​ສູນ IS ຢູ່ ອີ​ຣັກ ແລະ ເຂດ Mesopotamia (ແມ່ນ​ເຂດ​ດິນ​ລະ​ຫວ່າງ​ບັນ​ດາ​ແມ່​ນ້ຳ).

ໃນ​ວັນ​ດ​ຽວ​ກັນ, ບັນ​ດາ​ປະ​ເທດ ອັງ​ກິດ, ຝ​ລັ່ງ ແລະ ອາ​ເມ​ລິ​ກາ ໄດ້​ຊົມ​ເຊີຍ​ໄຊ​ຊະ​ນະ​ຂອງ​ບັນ​ດາ​ກຳ​ລັງ ອີ​ຣັກ ໃນ​ການ​ຕໍ່​ສູ້​ຕ້ານ IS ຢູ່ ນະ​ຄອນ Ramadi.

ຂ່າວ/ບົດ​ອື່ນ