( vovworld ) - ວັນທີ 18/6, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຄຳສັ່ງຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ,ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດ ສຸມໃສ່ສ້າງແຜນການພັດທະນາເສດຖະກິດ ສັງຄົມ, ງົບປະມາແຫ່ງລັດປີ 2013 ແລະ ແຜນການລົງທຶນຈາກງົບປະມາແຫ່ງລັດໄລຍະ 3 ປີ 2013 – 2015. ຈຸດໝາຍສັງລວມຂອງປີ 2013 ແມ່ນຍົກສູງຄຸນນະພາບການເຕີບໂຕຕິດພັນກັບໂຄງປະກອບເສດຖະກິດຄືນໃໝ່ ໄປຄຽງຄູ່ກັບການສືບຕໍ່ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນພື້ນຖານເສດຖະກິດພັດທະນະແບບຍືນຍົງ, ສ້າງທ່ວງທ່າໃຫ້ແກ່ການປະຕິບັດບັນດາຈຸດໝາຍຂອງແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ 2011 – 2015 ຢ່າງມີໄຊ. ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ. ເປີດກວ້າງການພົວພັນກັບຕ່າງປະເທດ. ເປັນເຈົ້າການໃນການເຊື່ອມໂຍງ, ເຂົ້າກັບສາກົນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ. ພ້ອມກັນນັ້ນ, ກໍປົກປັກຮັກສາເອະກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.