ທ່ານນາຍົກລັດຖະມົນຕີເຢຍລະມັນເຈລະຈາກັບປະທານາທິບໍດີອາເມລິກາ

(VOVWORLD) -ຕອນບ່າຍວັນທີ 27 ເມສາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ມີການເຈລະຈາກັບທ່ານປະທານາທິບໍດີອາເມລິກາ Donald Trump ຢູ່ທຳນຽບຂາວ, ແຕ່ເບິ່ງຄືວ່າທ່ານນາງບໍ່ສາມາດຮັບປະກັນກ່ຽວກັບເລື່ອງ ວໍຊິງຕັນ ສືບຕໍ່ຮັກສາຂໍ້ຕົກລົງນິວເຄຼຍກັບອີຣານ ໄວ້ ຫຼື ປັດເຂ່ຍເອີລົບ ອອກຈາກລາຍຊື່ບັນດາປະເທດຈະຖືກຈັດວາງພາສີດ້ານຄ້າໃໝ່ຕະຫຼອດໄປ.

ທ່ານນາຍົກລັດຖະມົນຕີເຢຍລະມັນເຈລະຈາກັບປະທານາທິບໍດີອາເມລິກາ - ảnh 1 ການນຳເຢຍລະມັນ ແລະ ອາເມລິກາ

(ພາບ: AFP/TTXVN)

ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມພາຍຫຼັງການເຈລະຈາ, ທ່ານນາງນາຍົກລັດຖະມົນຕີ Merkel ຢືນຢັນວ່າ, ທຸກຄຳຕັດສິນແມ່ນຂຶ້ນກັບທ່ານປະທານາທິບໍດີ Donald Trump. ຕາມແຜນການ, ວັນທີ 01 ພຶດສະພາ ຈະມາເຖິງ, ຖ້າຫາກທ່ານປະທານາທິບໍດີອາເມລິກາ ບໍ່ແຊກແຊງເລື່ອງດັ່ງກ່າວ, ລະດັບຈັດວາງພາສີໃໝ່ຂອງອາເມລິກາ ເລັ່ງໃສ່ເຫຼັກກ້າ ແລະ ອາລູມີນຽມ ສົ່ງອອກຂອງເອີລົບ ຈະເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການ. ການຈັດວາງພາສີດັ່ງກ່າວອາດຈະເກີດສົງຄາມການຄ້າຂ້າມປາຊີຟິກ. ກ່ຽວກັບຂໍ້ຕົກລົງອີຣານ, ທ່ານນາຍົກລັດຖະມົນຕີເຢຍລະມັນ ຖືວ່າ, ເຖິງວ່າບໍ່ສົມບູນກໍຕາມ, ແຕ່ຂໍ້ຕົກລົງດັ່ງກ່າວກໍ່ເປັນໜ້າໄດ້ຮັບການຮັກສາໄວ້.

      ສ່ວນທ່ານປະທານນາທິບໍດີອາເມລິກາ Donald Trump ບໍ່ສະແດງໃຫ້ເຫັນທ່າທາງຢ່າງຈະແຈ້ງວ່າ ທ່ານພ້ອມແລ້ວທີ່ຈະປະນິປະນອມ ຫຼື ມີແຜນການປ່ຽນແທນ. ນອກນັ້ນ, ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ ກ່ຽວກັບການຫຼຸດຜ່ອນຮົ້ວກີດຂວາງສຳລັບສິນຄ້າສົ່ງອອກອາເມລິກາ ແນໃສ່ແກ້ໄຂສະພາບຂາດຄວາມດຸນດ່ຽງດ້ານການຄ້າ ກໍຄືເຮັດໃຫ້ການພົວພັນດ້ານເສດຖະກິດ 2 ຝ່າຍເລິກເຊິ່ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ