Vovworld- ຕອນບ່າຍ 27/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ. ແຊັກ Alexandr Vondra ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ. ແຊັກ Alexandr Vondra ຖືວ່າ ສາຍພົວພັນລະຫວ່າງ 2 ປະເທດພວມມີບາດກ້າວຂະຫຍາຍຕົວຢ່າງດີງາມ ແລະ ຫວັງວ່າ ຫວຽດນາມຈະແມ່ນບານປະຕູເປີດກ້ວາງສາຍພົວພັນລະຫວ່າງ ສ.ແຊັກ ກັບບັນດາປະເທດໃນອາຊີ.
ສ່ວນທ່ານປະທານປະເທດຫວຽດນາມ Truong Tan Sang ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນກັບ ສ.ແຊັກໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານການປ້ອງກັນຊາດ. ຕາມທ່ານປະທານ ປະເທດຫວຽດນາມ Truong Tan Sang , 2 ປະເທດຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຮ່ວມມືໃນຂົງເຂດການຄ້າ, ການສຶກສາ. ທ່ານປະທານປະເທດຫວຽດ ນາມ Truong Tan Sang ເນັ້ນໜັ້ກວ່າ ການທີ່ 2 ກະຊວງປ້ອງກັນປະເທດລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືປ້ອງກັນຊາດ ແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການພົວພັນຮ່ວມມືດ້ານການປ້ອງກັນຊາດໃນໄລຍະທີ່ຈະມາເຖິງ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບລະຫວ່າງ ປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງແຕລະປະເທດ ແລະ ພາກພື້ນ.