( vovworld ) – ຕອນເຊົ້າວັນທີ 2/5, ຢູ່ນະຄອນໂຮ່ຈິມິນ, ທ່ານປະທານປະເທດ Truong Tan Sang ພ້ອມກັບຫົວໜ່ວຍສະມາຊິກສະພາແຫ່ງຊາດຊຸດທີ 13 ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1. ທ່ານປະທານປະເທດ Truong Tan Sang ໄດ້ຕອບຄຳຖາມໂດຍກົງ 11 ບັນຫາ ກ່ຽວກັບການສ້າງກົດໝາຍຂອງສະພາແຫ່ງຊາດ, ການຍົກສູງຜົນສັກສິດປະສິດທິຜົນແຫ່ງການຕິດຕາມກວດກາຂອງສະພາແຫ່ງຊາດ, ຕ້ານໄພສໍ້ລາດບັງຫຼວງ ແລະ ຈັດຕັ້ງກົງຈັກ, ການປັບປຸງວຽກງານພົບປະກັບຜູ້ມີສິດເລືອກຕັ້ງ, ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ບັນຫາໄພເງິນເຟີ້ ແລະ ລະດັບຄອງຊີບຂອງປະຊາຊົນໃນປະຈຸບັນ, ສະພາບການຢູ່ທະເລຕາເວັນອອກ ແລະ ເປີດກວ້າງປະຊາທິປະໄຕໃນວຽກງານກໍ່ສ້າງພັກ. ທ່ານປະທານປະເທດ Truong Tan Sang ໄດ້ເນັ້ນໜັກວ່າ.
“ ການຕິດຕາມກວດກາແມ່ນໜື່ງໃນ 3 ບົດບາດໜ້າທີ່ຕົ້ນຕໍ່ຂອງສະພາແຫ່ງຊາດ ເພາະສະນັ້ນ, ບັນດາຄຳຄິດຄຳເຫັນກ່ຽວກັບການແກ້ໄຂຄວາມອອ່ນດ້ອຍໃນການຕິດຕາມກວດກາແມ່ນດີທີ່ສຸດ ແລະ ປະຈຸບັນສະພາແຫ່ງຊາດກໍ່ປະກາດໃຊ້ກົດໝາຍວ່າ ດ້ວຍການຕິດຕາມກວດກາແລ້ວ. ຄະນະສະມາຊິກສະພາແຫ່ງຊາດນະຄອນ ກໍ່ໄດ້ຮັບຟັງຄວາມຄິດເຫັນຂອງຜູ້ມີສິດເລືອກຕັ້ງນະຄອນເປັນຫຼາຍເທື່ອແລ້ວ. ດັ່ງນັ້ນຕ້ອງມີການສະຫຼຸບຄວາມຈິງໃນການປັບປຸງກົດໝາຍວ່າດ້ວຍການຕິດຕາມກວດການີ້ໃຫ້ສຳເລັດບໍລິບູນເພື່ອໃຫ້ຂໍ້ຕົກລົງທັງໝົດຂອງບັນດາຄະນະສະມາຊິກສະພາແຫ່ງຊາດ ກໍຄືຄະນະປະຈຳສະພາແຫ່ງຊາດກ່ຽວກັບການຕິດຕາມກວດກາມີຜົນສັກສິດໃນພາກຕົວຈິງ ”.