( vovworld ) – ໂດຍສືບຕໍ່ການເຮັດວຽກຢູ່ແຂວງ Dien Bien, ຕອນເຊົ້າວັນທີ 16/4, ທ່ານປະທານປະເທດ Truong Tan Sang ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ Dien Bien ກ່ຽວກັບສະພາບການປະຕິບັດໜ້າທີເສດຖະກິດສັງຄົມ ແລະ ຮັບປະກັນປ້ອງກັນຊາດປ້ອງກັນຄວາມສະຫງົບໃນບໍລິເວັນແຂວງ. ທ່ານປະທານປະເທດໄດ້ເນັ້ນໜັກວ່າ ພ້ອມກັບການພັດທະນາເສດຖະກິດ Dien Bien ຄວນເອົາໃຈໃສ່ເຖິງວຽກງານຮັບປະກັນປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະຕິບັດນະໂຍບາຍຊົນເຜົ່າ ແລະ ສາສະໜາເພື່ອແນໃສ່ເພີ່ມທະວີຄວາມສາມັກຄີເພື່ອສ້າງຄວາມເຊື້ອໝັ້ນໃນໝູ່ປະຊາຊົນ, ພ້ອມທັງປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ສຳເລັດ.
“ ບັນຫາຊີວິດຂອງປະຊາຊົນ ແລະ ເສດຖະກິດແມ່ນບັນຫາສຳຄັນທີ່ສຸດ. ທີ່ສອງແມ່ນລະບົບການເມືອງຂັ້ນຮາກຖານ. ຢູ່ທີ່ນີ້ຍັງມີ 7 – 8% ຈຳນວນບ້ານແມ່ນຂາດໜ່ວຍພັກ. ໜ່ວຍພັກບໍ່ມີ ຫຼື ໜ່ວຍພັກຍັງອ່ອຍແມ່ນບໍ່ມີພື້ນຖານຢ່າງພຽງພໍເພື່ອຕິດຕໍ່ພົວພັນຢ່າງແໜ້ນແຟ້ນກັບມະຫາຊົນໄດ້. ຢາກຮູ້ປະຊາຊົນ ແລະ ນຳພາປະຊາຊົນ ແມ່ນຕ້ອງມີໜ່ວຍພັກທີ່ເຂັ້ມແຂງ”.
ທ່ານປະທານປະເທດໄດ້ເອົາໃຈໃສ່ທາງແຂວງ Dien Bien ວ່າ ໃນການພັດທະນາເສດຖະກິດ, ຍູ້ແຮງການພັດທະນາຕົ້ນໄມ້ອຸດສາຫະກຳຄື; ກາເຟ, ຢ່າງພາລານັ້ນແມ່ນຕ້ອງເຮັດແນວໃດຄິດໄລ່ໃຫ້ເໝາະສົມ, ສົມທົບກະສິກຳປ່າໄມ້ຕາມພູນສັນຖານ, ງ້ວນດິນເພື່ອຫຼີກລ້ຽງສະພາບທຳລາຍປ່າ. ຕາມທ່ານປະທານປະເທດແລ້ວ, ການປົກປັກຮັກສາ ແລະ ພັດທະນາປ່າກໍ່ແມ່ນໜ້າທີ່ສຳຄັນສຳລັບແຂວງ.