ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມເຂດກະສິກຳເຕັກໂນໂລຊີສູງນະຄອນໂຮ່ຈີມິນ

(VOVWORLD) -ນີ້ແມ່ນເຂດກະສິກຳນຳໃຊ້ເຕັກໂນໂລຊີສູງນຳໜ້າໃນທົ່ວປະເທດໃນການປູກຝັງ, ລ້ຽງປູກສິນໃນນ້ຳ, ເພື່ອແນໃສ່ມຸ່ງໄປເຖິງການພັດທະນາກະສິກຳຕົວເມືອງ, ກະສິກຳພັດທະນາແບບຍືນຍົງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມເຂດກະສິກຳເຕັກໂນໂລຊີສູງນະຄອນໂຮ່ຈີມິນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: TTXVN)

ຕອນເຊົ້າວັນທີ 12 ເມສາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມເຂດກະສິກຳເຕັກໂນໂລຊີສູງນະຄອນ ໂຮ່ຈີມິນ. ໂຄງການລົງທຶນກໍ່ສ້າງເຂດກະສິກຳເຕັກໂນໂລຊີສູງນະຄອນ ໂຮ່ຈີມິນ ມີເງິນລົງທຶນທັງເຂດແມ່ນ 152 ຕື້ດົ່ງ ເຊິ່ງໄດ້ຮັບການຜັນຂະຫຍາຍນັບແຕ່ປີ 2004. ນີ້ແມ່ນເຂດກະສິກຳນຳໃຊ້ເຕັກໂນໂລຊີສູງນຳໜ້າໃນທົ່ວປະເທດໃນການປູກຝັງ, ລ້ຽງປູກສິນໃນນ້ຳ, ເພື່ອແນໃສ່ມຸ່ງໄປເຖິງການພັດທະນາກະສິກຳຕົວເມືອງ, ກະສິກຳພັດທະນາແບບຍືນຍົງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທາງນະຄອນ ແລະ ຄະນະຄຸ້ມຄອງເຂດກະສິກຳເຕັກໂນໂລຊີສູງ ຈົ່ງສືບຕໍ່ລົງທຶນພັດທະນາ, ຮອດປີ 2030 ກາຍເປັນເຂດນຳກະສິກຳຂອງນະຄອນ ໂຮ່ຈີມິນ ແລະ ກະສິກຳ ຫວຽດນາມ ໃຫ້ພັດທະນາ. ຄະນະຄຸ້ມຄອງຈົ່ງຄົ້ນຄວ້າ ແລະ ສະເໜີບັນດານະໂຍບາຍກ່ຽວກັບກະສິກຳເຕັກໂນໂລຊີສູງ; ສືບຕໍ່ເພີ່ມທະວີການລົງທຶນດ້ານພື້ນຖານວັດຖຸ, ສ້າງຮູບແບບ ຕິດພັນກັບການພັດທະນາການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ