ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຮອດອາເມລິກາ ເລີ່ມປະຕິບັດລາຍການເຂົ້າຮ່ວມວາລະປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ

(VOVWORLD) -ຕາມແຜນການຢູ່ນິວຢອກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເຂົ້າຮ່ວມການຕ້ອນຮັບຂໍ່ຳນັບຊົມເຊີຍຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ, ພິທີໄຂກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຮອດອາເມລິກາ ເລີ່ມປະຕິບັດລາຍການເຂົ້າຮ່ວມວາລະປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຮອດອາເມລິກາ
(ພາບ: TTXVN)

ຕອນເຊົ້າວັນທີ 21 ກັນຍາ ຕາມເວລາຫວຽດນາມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຮອດ ນິວຢອກ, ອາເມລິກາ, ເລີ່ມດຳເນີນລາຍການເຂົ້າຮ່ວມວາລະປະຊຸມຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76. ຕາມແຜນການຢູ່ນິວຢອກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເຂົ້າຮ່ວມການຕ້ອນຮັບຂໍ່ຳນັບຊົມເຊີຍຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ, ພິທີໄຂກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76, ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸກທີ 76, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດຂອງສະຫະປະຊາຊາດກ່ຽວກັບລະບົບທັນຍາຫານແບບທາງໄກ, ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ…

        ທ່ານປະທານປະເທດ ກໍ່ມີບັນດາການພົບປະ 2 ຝ່າຍກັບເລຂາທິການໃຫຍ່ສະຫະປະຊາຊາດ, ປະທານສະມັດຊາໃຫຍ່ສະຫະປະຊາຊາດ; ພົບປະ 2 ຝ່າຍກັບການນຳຂັ້ນສູງບັນດາປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ