(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງການພົວພັນ ຫວຽດນາມ - ຍີ່ປຸ່ນ ໄດ້ຍົກລະດັບເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ ອາຊີ ແລະ ຢູ່ໃນໂລກ” ແລະ ພວມຢືນຢູ່ຕໍ່ໜ້າກາລະໂອກາດເພື່ອພັດທະນາກ່ວາໃນທຸກຂົງເຂດ
ການຕ້ອນຮັບທ່ານ Aso Taro , ຮອງປະທານ ພັກປະຊາທິປະໄຕເສລີ (LDP) |
|
ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ວັນທີ 28 ພະຈິກ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບອະດິດນາຍົກລັດຖະມົນຕີ, ຮອງປະທານ ພັກປະຊາທິປະໄຕເສລີ (LDP), ປະທານ ພັກ Komeito, ປະທານພັກກອມມູນິດ ຍີ່ປຸ່ນ ແລະ ກຸ່ມບັນດາສະມາຊິກສະພາແຫ່ງຊາດ, ບັນດາເພື່ອນ ຍີ່ປຸ່ນ ທີ່ສະໜິດສະໜົມກັບ ຫວຽດນາມ.
ທີ່ການຕ້ອນຮັບຄັ້ງຕ່າງໆ, ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງການພົວພັນ ຫວຽດນາມ - ຍີ່ປຸ່ນ ໄດ້ຍົກລະດັບເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ ອາຊີ ແລະ ຢູ່ໃນໂລກ” ແລະ ພວມຢືນຢູ່ຕໍ່ໜ້າກາລະໂອກາດເພື່ອພັດທະນາກ່ວາໃນທຸກຂົງເຂດ, ເປັນຕົ້ນແມ່ນບັນດາຂົງເຂດໃໝ່ ດ້ວຍວິໄສທັດຮ່ວມມືໃນ 50 ປີຈະມາເຖິງ. ທ່ານປະທານປະເທດ ໄດ້ສະເໜີວ່າ ບັນດານັກການເມືອງ ຍີ່ປຸ່ນ ເອົາໃຈໃສ່, ຊຸກຍູ້ການຫັນບັນດາເນື້ອໃນການຮ່ວມມືສອງປະເທດໃນຂອບເຂດການພົວພັນໃໝ່ເປັນລະອຽດ.
ບັນດາການນຳ, ນັກການເມືອງ ຍີ່ປຸ່ນ ລ້ວນແຕ່ຢັ້ງຢືນການສະໜັບສະໜູນ ລັດຖະບານ ຍີ່ປຸ່ນ ຖື ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ. ທ່ານ Aso Taro, ຮອງພັກ LDP, ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນບັນດາຂົງເຂດ: ເສດຖະກິດ, ການພົວພັນແລກປ່ຽນປະຊາຊົນ. ທ່ານກໍ່ເນັ້ນໜັກວ່າ ຫວຽດນາມ ແມ່ນສະຖານທີ່ເຊິ່ງບັນດານັກລົງທຶນ ຍີ່ປຸ່ນ ມີຄວາມສົນໃຈໃນວິວັດການຫັນປ່ຽນລະບົບການສະໜອງ, ດ້ວຍຄວາມດຶງດູດແຫຼ່ງກຳລັງ ແລະ ຕະຫຼາດມີຄວາມສາມາດບົ່ມຊ້ອນ.
ການຕ້ອນຮັບ ທ່ານ Shii, ປະທານພັກກອມມູນິດ ຍີ່ປຸ່ນ (ພາບ:TTXVN) |
ສ່ວນທ່ານ Yamaguchi Natsuo, ປະທານພັກ Komeito ຢັ້ງຢືນວ່າ: ພັກ Komeito ຈະ ເພີ່ມທະວີການຮ່ວມມືກັບ ຫວຽດນາມ, ພິເສດ, ໃນຂົງເຂດພື້ນຖານໂຄງລ່າງຄຸນນະພາບສູງ, ສາທາລະນະສຸກ, ແຮງງານ, ການສຶກສາ - ແມ່ນບັນດາຂົງເຂດເຊິ່ງພັກ Komeito ມີບັນດາສະມາຊິກດຳລົງຕຳແໜ່ງເປັນລັດຖະມົນຕີ ແລະ ການນຳຮັບຜິດຊອບໃນຄະນະລັດຖະບານ ຍີ່ປຸ່ນ.
ສ່ວນທ່ານ Shii, ປະທານພັກກອມມູນິດ ຍີ່ປຸ່ນ ໄດ້ຕີລາຄາສູງຜົນງານຂອງພາລະກິດແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ; ປາດຖະໜາຢາກຊຸກຍູ້ການພົວພັນກັບພັກກອມມູນິດ ສອງປະເທດ; ສະເໜີໃຫ້ ຫວຽດນາມ ສືບຕໍ່ສະໜັບສະໜູນເລື່ອງບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.
ໂດຍສືບຕໍ່ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຕອນເຊົ້າວັນທີ 29 ພະຈິກ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບບັນດາຄອບຄົວ ທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ຍີ່ປຸ່ນ, ເຂົ້າຮ່ວມລາຍການພົບປະແລກປ່ຽນມວຍ Vovinam ຫວຽດນາມ ແລະ ມວຍຍີ່ປຸ່ນ.