ທ່ານປະທານປະເທດ ຫວໍວັນເຖືອງ ​ພົບ​ປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ

(VOVWORLD) - ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ຈີນ ໂດຍການນຳລຸ້ນຕ່າງໆຂອງສອງປະເທດເພີ່ມພູນຄູນສ້າງໄດ້ຜ່ານໄລຍະຂຶ້ນລົງຕ່າງໆຂອງປະຫວັດສາດ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ
ທ່ານປະທານປະເທດ ຫວໍວັນເຖືອງ ​ພົບ​ປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ
(ພາບ:TTXVN)

ວັນທີ 13 ທັນວາ, ທີ່ສຳນັກງານປະທານປະເທດ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ ຈີນ ສີຈີ້ນຜິງ.

        ທີ່ການເຈລະຈາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນວ່າ: ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ຈີນ ໂດຍການນຳລຸ້ນຕ່າງໆຂອງສອງປະເທດເພີ່ມພູນຄູນສ້າງໄດ້ຜ່ານໄລຍະຂຶ້ນລົງຕ່າງໆຂອງປະຫວັດສາດ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ, ປະຊາຊົນໃນປະຈຸບັນ ແລະ ອະນາຄົດລຸ້ນຕ່າງໆ ຈະສືບທອດ, ຮັກສາ, ເສີມຂະຫຍາຍ. ທ່ານປະທານປະເທດເຊື່ອໝັ້ນວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ຈະນຳການພົວພັນສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ນັບດີງາມ, ມີປະສິດທິຜົນ ແລະ ຍືນຍົງກ່ວາ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຕີລາຄາສູງການຖືການພົວພັນ ຈີນ - ຫວຽດນາມ ເປັນສຳຄັນຂອງ ຫວຽດນາມ, ຢັ້ງຢືນ ຈີນ ຍາມໃດກໍ່ຖື ຫວຽດນາມ ມີທີ່ຕັ້ງພິເສດ, ແມ່ນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງຂອງຈີນ.

        ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ຕີລາຄາສູງຂໍ້ສະເໜີຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ຢັ້ງຢືນ: ການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນເປີດກ້ວາງ, ສະເໜີຊຸກຍູ້ການເຊື່ອມຕໍ່ຍຸດທະສາດລະຫວ່າງສອງພື້ນຖານເສດຖະກິດ, ຜັນຂະຫຍາຍແຜນການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ແລວທາງ ແລະ ເສັ້ນທາງ” ໃນຂອບເຂດ “ສອງແລວທາງ, ໜຶ່ງເສັ້ນທາງ”… ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢັ້ງຢືນ: ຈີນ ກຽມພ້ອມເປີດກ້ວາງການນຳເຂົ້າສິນຄ້າ, ພິເສດແມ່ນຜະລິດຕະພັນກະເສດຄຸນນະພາບສູງຂອງ ຫວຽດນາມ, ສົ່ງເສີມວິສາຫະກິດ ຈີນ ເພີ່ມທະວີການລົງທຶນທີ່ມີຄຸນນະພາບສູງເຂົ້າ ຫວຽດນາມ.

        ພາຍຫຼັງການເຈລະຈາ, ຕອນສວາຍ ວັນທີ 13 ທັນວາ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ຈັດງານລ້ຽງຢ່າງສົມກຽດເພື່ອຂ່ຳນັບຮັບຕ້ອນ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ