(VOVWORLD) -ກ່ອນນີ້ 50 ປີ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສ້າງວິລະກຳທີ່ດັງກ້ອງກັງວານ - ບຸກໂຈມຕີທຳລາຍລ້າງກຸ່ມຖານທີ່ໝັ້ນ ເກີ໊ມເຢີຍ, ປົດປ່ອຍເທດສະບານເມືອງ ເກວ໊ເຊີນ ໃນວັນທີ 19 ສິງຫາ 1972, ປະກອບສ່ວນປົດປ່ອຍແຂວງ ກວ໋າງນາມ ແລະ ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະ ເກີ໊ມເຢີຍ ຄົບຮອບ 50 ປີ |
ຕອນຄ່ຳວັນທີ 19 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະ ເກີ໊ມເຢີຍ ຄົບຮອບ 50 ປີ (19 ສິງຫາ 1972 – 19 ສິງຫາ 2022) ຢູ່ສະໜາມຫຼວງ 26 ມີນາ, ເມືອງ ເກວ໊ເຊີນ, ແຂວງ ກວ໋າງນາມ. ກ່ອນນີ້ 50 ປີ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສ້າງວິລະກຳທີ່ດັງກ້ອງກັງວານ - ບຸກໂຈມຕີທຳລາຍລ້າງກຸ່ມຖານທີ່ໝັ້ນ ເກີ໊ມເຢີຍ, ປົດປ່ອຍເທດສະບານເມືອງ ເກວ໊ເຊີນ ໃນວັນທີ 19 ສິງຫາ 1972, ປະກອບສ່ວນປົດປ່ອຍແຂວງ ກວ໋າງນາມ ແລະ ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ເສີມຂະຫຍາຍມູນເຊື້ອອົງອາດກ້າຫານ, ບໍ່ຍອມຈຳນົນໃນການຕໍ່ສູ້ຕ້ານສັດຕູ້ຮຸກຮານຈາກພາຍນອກ, ປັດຈຸບັນນີ້, ເກວ໊ເຊີນ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງນັບທັງທາງດ້ານເສດຖະກິດ - ສັງຄົມ, ພັດທະນາຢ່າງມີສະຖຽນລະພາບ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຈູດທູບໄຕ້ທຽນ, ຖະຫວາຍດອກໄມ້ເພື່ອອາໄລຫາປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງ ເກວ໊ເຊີນ.