ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ

(VOVWORLD) -ຕອນບ່າຍວັນທີ 24 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງເທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ. ການນຳສອງທ່ານໄດ້ຢັ້ງຢືນຄວາມສຳຄັນ ຂອງການພົວພັນຫວຽດນາມ-ຈີນ ໃນນະໂຍບາຍທາງກນາທູດ ຂອງແຕ່ລະປະເທດ

ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ (ພາບ: TTXVN)

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ເຖິງວ່າ ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ຫວຽດນາມ ໄດ້ປະຕິບັດສຳເລັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງພັດທະນາເສດຖະກິດ ແລະ ໃນວັນທີ 23 ພຶດສະພາ ຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ສຳເລັດ. ລັດຫວຽດນາມ ຢຶດໝັ້ນກັບແນວທາງການທູດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບແບບ. ໃນນັ້ນ ຖືການພັດທະນາການຮ່ວມມືຮອບດ້ານກັບ ຈີນ ເປັນສຳຄັນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບາງມາດຕະການຊຸກຍູ້ການພົວພັນສອງປະເທດ ໃນໄລຍະຈະມາເຖິງຄື: ຊຸກຍູ້ການຮ່ວມມືຮອບດ້ານ, ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ທ່ານກໍ່ໄດ້ເຊື້ອເຊີນ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ການນຳຈີນ ມາຢ້ຽມຢາມ ຫວຽດນາມ.

ສ່ວນທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຈີນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ທ່ານກໍ່ສະແດງຄວາມປາດຖະໜາວ່າ ຈີນ ພ້ອມແລ້ວທີ່ຈະມານະພະຍາຍາມກັບ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງລັດ, ນຳການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງສອງປະເທດພັດທະນາໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ