ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສາກົນ ແຂ້ວ - ຄາງ - ຫນ້າ ປີ 2023

(VOVWORLD) - ຫວຽດນາມ ໄດ້ຮັບການຕີລາຄາຈາກອົງການສະຫະປະຊາຊາດວ່າ ແມ່ນຈຸດສະຫວ່າງໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະຫວັດດ້ານສາທາລະນະສຸກໃນປີ 2015 ແລະ ປະຈຸບັນພວມສືບຕໍ່ປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງຮອດປີ 2030.
 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສາກົນ ແຂ້ວ - ຄາງ - ຫນ້າ ປີ 2023 - ảnh 1 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສາກົນ ແຂ້ວ - ຄາງ - ຫນ້າ ປີ 2023. ພາບ: VOV

ຕອນບ່າຍວັນທີ 17/8, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີການພົບປະກັບບັນດາສາດສະດາຈານ, ທ່ານໝໍ, ນັກວິທະຍາສາດ, ນັກຊ່ຽວຊານແຖວຫນ້າຂະແຫນງທີ່ຕາງໜ້າໃຫ້ບັນດາຂະແໜງ ແຂ້ວ - ຄາງ - ຫນ້າ ຫວຽດນາມ ແລະ ສາກົນ ທີ່ເຂົ້າຮ່ວມກອງປະຊຸມວິທະຍາສາດ ແລະ ງານວາງສະແດງ ແຂ້ວ - ຄາງ - ຫນ້າ  ປີ 2023 ( 17-19 ສິງຫາ).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ: ກອງປະຊຸມມີຄວາມໝາຍທີ່ສຸດສຳລັບຂະແໜງສາທາລະນະສຸກ ຫວຽດນາມ ເວົ້າລວມ ແລະ ຂະແຫນງ ແຂ້ວ - ຄາງ - ຫນ້າ ຂອງຫວຽດນາມ ເວົ້າສະເພາະ. ຕາມທ່ານປະທານປະເທດແລ້ວ, ຫວຽດນາມ ຍາມໃດກໍ່ຖືການປົກປັກຮັກສາ, ດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງພົນລະເມືອງແຕ່ລະຄົນ, ຂອງທັງລະບົບການເມືອງ ແລະ ສັງຄົມ. ຫວຽດນາມ ໄດ້ຮັບການຕີລາຄາຈາກອົງການສະຫະປະຊາຊາດວ່າ ແມ່ນຈຸດສະຫວ່າງໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະຫວັດດ້ານສາທາລະນະສຸກໃນປີ 2015 ແລະ ປະຈຸບັນພວມສືບຕໍ່ປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ