ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຂົ້າຮ່ວມລາຍການສະແດງສິລະປະ “ສາຍນ້ຳແຫ່ງອະນຸສອນ”
(VOVWORLD) - ຕອນຄ່ຳວັນທີ 6 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ ຂອງ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມລາຍການສະແດງສິລະປະ “ສາຍນ້ຳແຫ່ງອະນຸສອນ”.
ລາຍການສະແດງສິລະປະໄດ້ວາດພາບເຖິງບັນດາໄລຍະຕົ້ນຕໍຂອງປະຫວັດສາດແຫ່ງການບຸກເບີກຖາກຖາງ, ສ້າງຕັ້ງ ແລະ ພັດທະນາທີ່ຕິດພັນກັບແມ່ນ້ຳ ໄຊງ່ອນ (ພາບ: VOV) |
“ສາຍນ້ຳແຫ່ງອະນຸສອນ” ແມ່ນລາຍການນອນໃນຂອບເຂດງານບຸນແມ່ນ້ຳ ນະຄອນ ໂຮ່ຈີມິນ ຄັ້ງທີ I ປີ 2023 ໂດຍຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຂຶ້ນ. ລາຍການດັ່ງກາວໄດ້ວາດພາບເຖິງບັນດາໄລຍະຕົ້ນຕໍຂອງປະຫວັດສາດແຫ່ງການບຸກເບີກຖາກຖາງ, ສ້າງຕັ້ງ ແລະ ພັດທະນາທີ່ຕິດພັນກັບແມ່ນ້ຳ ໄຊງ່ອນ, ເຊິ່ງແມ່ນສາຍນ້ຳໜຶ່ງໃນບັນດາສູນເສດຖະກິດ ແລະ ວັດທະນະທຳໃຫຍ່ທີ່ສຸດໃນປະເທດ; ວາດພາບຄືນການດຳເນີນຊີວິດດ້ານວັດທະນະທຳ ແລະ ເສດຖະກິດ, ວິຖີຊີວິດຢູ່ທ່າເຮືອຂອງຊາວໄຊງ່ອນ - ເຈີ້ເລີນ - ຢາດິ້ງ - ນະຄອນ ໂຮ່ຈີມິນ ໃນ 300 ກວ່າປີຜ່ານມາ.
ລາຍການດັ່ງກ່າວ ແມ່ນມີການເຂົ້າຮ່ວມສະແດງຂອງນັກສະແດງເປັນມືອາຊີບ, ເຄິ່ງມືອາຊີບ ແລະ ນັກສະແດງມະຫາຊົນກວ່າ 700 ຄົນ.