ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ໂປໂລຍ

(VOVWORLD) - ຕອນເຊົ້າວັນທີ 21 ມິຖຸນາ, ທີ່ທຳນຽບປະທານປະເທດ ຫງວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ໂປໂລຍ Barbara Szymanowaka ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ໂປໂລຍ - ảnh 1 ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ໂປໂລ

 ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍຄວນສົມທົບກັນຊອກຫາບັນດາໂຄງການໃຫ້ເໝາະສົມ ເພື່ອປ່ອຍບ້ວງສິນເຊື່ອບຸລິມະສິດ 205 ລ້ານ ເອີໂຣ ເຊິ່ງ 2 ຝ່າຍຫາກໍ່ລົງນາມໃນການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ໂປໂລຍ ຢ່າງມີປະສິດທິຜົນ. ທ່ານປະທານປະເທດສະເໜີ ໂປໂລຍ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ, ໃນນັ້ນ ມີການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ. ທ່ານປະທານປະເທດປາດຖະໜາວ່າ: ລັດຖະບານ ໂປໂລຍ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ຊາວ ຫວຽດນາມ ເຊື່ອມຕົວເປັນຢ່າງດີ ແລະ ດຳລົງຊີວິດເປັນປົກກະຕິ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ຊາດ, ສົ່ງເສີມແລກປ່ຽນການຮ່ວມມືເສດຖະກິດ, ການສຶກສາລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ