ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຢາລາຍ

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ໄດ້ຊີ້ແຈ້ງວ່າ, ໃນໄລຍະຈະມາເຖິງ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເລ້ແທງ, ຄວນປະຕິບັດໜ້າທີ່ກຽມພ້ອມສູ້ຮົບ, ປ້ອງກັນ, ຕ້ານ “ການຫັນປ່ຽນໂດຍສັນຕິ
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຢາລາຍ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ  ແລະ ນັກຮົບປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເລ້ແທງ

ຕອນເຊົ້າວັນທີ 1 ກຸມພາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມກວດກາວຽກງານເວັນຍາມ ແລະ ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເລ້ແທງ ຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຢາລາຍ.

        ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ໄດ້ຊີ້ແຈ້ງວ່າ, ໃນໄລຍະຈະມາເຖິງ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເລ້ແທງ, ຄວນປະຕິບັດໜ້າທີ່ກຽມພ້ອມສູ້ຮົບ, ປ້ອງກັນ, ຕ້ານ “ການຫັນປ່ຽນໂດຍສັນຕິ, ການຈາລະຈົນ, ໂຄ່ນລົ້ມ” ເປັນຢ່າງດີ; ແກ້ໄຂບັນດາກໍລະນີສັບສົນເກີດຂຶ້ນຢ່າງທັນການ ແລະ ມີປະສິດທິຜົນ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ; ປົກປັກຮັກສາອະທິປະໄຕ, ຄວາມສະຫງົບປອດໄພເຂດຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງ:

        “ຂ້າພະເຈົ້າສະເໜີໃຫ້ບັນດາພະນັກງານ, ນັກຮົບຄວາມປະຕິບັດວຽກງານພົວພັນຕ່າງປະເທດເຂດຊາຍແດນເປັນຢ່າງດີ, ໃນນັ້ນຕ້ອງສືບຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບ ກຳປູເຈຍ. ຜ່ານນັ້ນ, ບໍ່ປະໃຫ້ສົ່ງຜົນສະທ້ອນເຖິງການພົວພັນມິດຕະພາບລະຫວ່າງ 2 ປະເທດ. ນີ້ກໍ່ແມ່ນວຽກງານ ທີ່ພວກເຮົາທັງປົກປັກຮັກສາເສັ້ນຊາຍແດນ ຂອງ ຫວຽດນາມ ເປັນຢ່າງດີ ພ້ອມທັງກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພ້ອມກັນພັດທະນາ. ນີ້ກໍ່ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ