ທ່ານປະທານປະເທດ ເຈີ່ນດ້າຍກວາງ ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in

(VOVWORLD) - ຕອນເຊົ້າວັນທີ 23 ມີນາ, ພິທີຕ້ອນຮັບ ທ່ານປະທານາທິບໍດີ Moon Jae – in ແລະ ພັນລະຍາ ໄດ້ຮັບການຈັດຕັ້ງຢ່າງສົມກຽດຢູ່ທຳນຽບປະທານປະເທດ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in - ảnh 1ພິທີຕ້ອນຮັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ແລະ ພັນລະຍາ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 22 – 24 ມີນາ 2018. ຕອນເຊົ້າວັນທີ 23 ມີນາ, ພິທີຕ້ອນຮັບ ທ່ານປະທານາທິບໍດີ Moon Jae – in ແລະ ພັນລະຍາ ໄດ້ຮັບການຈັດຕັ້ງຢ່າງສົມກຽດຢູ່ທຳນຽບປະທານປະເທດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊົມເຊີຍ ທ່ານປະທານາທິບໍດີ Moon Jae – in ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

        ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Moon Jae – in ໄດ້ດຳເນີນການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ