(vovworld) - ວັນທີ 05 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ - ຫວຽດນາມ ໂດຍທ່ານ Arata Takebe ເປັນຫົວໜ້າຄະນະ, ມາເຂົ້າຮ່ວມເວທີປາໄສເສດຖະກິດຂັ້ນສູງຫວຽດນາມ - ຍີ່ປຸ່ນ. ເມື່ອແລກປ່ຽນກັບບັນດາວິສາຫະກິດຍີ່ປຸ່ນ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ ການລົງທຶນຂອງຍີ່ປຸ່ນ ໄດ້ ແລະ ພວມປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ. ທ່ານປະທານປະເທດ ໃຫ້ຮູ້ວ່າ, ຫວຽດນາມ ພວມມານະພະຍາຍາມປະຕິຮູບ ແລະ ສ້າງພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ. ທ່ານປະທານປະເທດ ເຈືອງເຕີນຊາງ ປາດຖະໜາວ່າ ເວທີປາໄສຂັ້ນສູງຫວຽດນາມ - ຍີ່ປຸ່ນ ໄດ້ລົງເລີກໄຈ້ແຍກ, ແລກປ່ຽນເພື່ອຍົກສູງປະສິດທິຜົນການຮ່ວມມື. ທ່ານປະທານປະເທດ ເນັ້ນໜັກວ່າ ບັນດາຂໍ້ສະເໜີຂອງວິສາຫະກິດຍີ່ປຸ່ນ ກ່ຽວກັບນະໂຍບາຍການລົງທຶນຂອງຫວຽດນາມ ຈະໄດ້ຮັບການພິຈາລະນາເພື່ອຮັບຮອງ, ປັບປຸງໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່.
ຕາງໜ້າໃຫ້ຄະນະຜູ້ແທນຍີ່ປຸ່ນ, ທ່ານ Takebe ຖືວ່າ, ຫວຽດນາມ ໄດ້ມີການປ່ຽນແປງນັບແຕ່ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ແຕ່ຕ້ອງປະຕິຮູບຢ່າງແຮງກວ່າ ເພື່ອປັບປຸງສະພາບດຶງດູດການລົງທຶນຈາກຕ່າງປະເທດ. ບັນດາວິສາຫະກິດປາດຖະໜາວ່າ ບັນດາຄຳເຫັນຂອງວິສາຫະກິດຍີ່ປຸ່ນ ຈະຊ່ວຍໃຫ້ບັນດາກະຊວງ, ຂະແໜງການຂອງຫວຽດນາມ ປັບປຸງນະໂຍບາຍເພື່ອດຶງດູດບັນດານັກລົງທຶນ.