ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຕຳຫຼວດນະຄອນຫຼວງ ຮ່າໂນ້ຍ
(ພາບ: http://truongtansang.net)
ຕອນເຊົ້າວັນທີ 30/1, ເມື່ອໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຕຳຫຼວດນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ອວຍພອນບັນດາພະນັກງານ, ຕຳຫຼວດນະຄອນຫຼວງທີ່ໄດ້ສ້າງວິລະກຳຫຼາຍຢ່າງ ສົມເປັນຫົວໜ່ວຍວິລະຊົນກຳລັງປະກອບອາວຸດທີ່ໄດ້ຮັບຫຼຽນໄຊດາວຄຳ ຈາກພັກ ແລະ ລັດ. ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງບັນດາວິລະກຳຂອງກຳລັງຕຳຫຼວດນະຄອນຫຼວງໃນຕະຫຼອດໄລຍະທີ່ຜ່ານມາ. ທ່ານປະທານປະເທດໄດ້ຕັກເຕືອນວ່າ: ປີ 2012, ສະພາບການພາຍໃນ ແລະ ຕ່າງປະເທດມີທັງບັນດາຄວາມສະດວກ ແລະ ຄວາມຫຍູ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ດັ່ງນັ້ນ, ກຳລັງຕຳຫຼວດເວົ້າລວມ ແລະ ຕຳຫຼວດນະຄອນຫຼວງເວົ້າສະເພາະຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງຮັບມືກັບທຸກໆກົນອຸບາຍສົ່ງຜົນຮ້າຍເຖິງ ສະພາບຄວາມມີສະຖຽນລະພາບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງປະເທດຊາດ ແລະ ພິເສດແມ່ນຂອງນະຄອນຫຼວງ. ທ່ານເວົ້າວ່າ:
“ໂດຍເປັນຕຳຫຼວດປະຊາຊົນ, ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດເຖິງປັດໃຈເກີດຂຶ້ນ, ການກະທົບທີ່ພາໄປເຖິງຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍ. ໃນຖານະແມ່ນຫົວໜ່ວຍຈຸດສຸມຄືແນວນັ້ນ, ບັນດາພະນັກງານ, ນັກຮົບຄວນຮູ້ບັນດາປັດໃຈທີ່ສົ່ງຜົນກະທົບເຖິງຄວາມເປັນລະບຽບຮຽບຮ້ອຍຢ່າງເລິກເຊິ່ງກ່ວາ, ເຮັດໄດ້ຄືແນວນັ້ນຈຶ່ງສົມເປັນຫົວໜ່ວຍຈຸດສຸມຂອງຕຳຫຼວດນະຄອນຫຼວງ”