(vovworld) - ໂດຍສືບຕໍ່ການປະຕິບັດງານຢູ່ບັນດາແຂວງເຂດພູດອຍພາກເໜືອ, ວັນທີ 21 ສິງຫາ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງ ກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມ, ກໍ່ສ້າງຊົນນະບົດໃໝ່ ແລະ ຮັບປະກັນຄວາມສະຫງົບ, ສະຖຽນລະພາບດ້ານການເມືອງໃນບໍລິເວັນແຂວງ. ທ່ານ ຮ່າງອກຈ໋ຽນ ເລຂາພັກແຂວງກວາບັ່ງ ໄດ້ລາຍງານຕໍ່ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຊາບວ່າ ກ່າວບັ່ງ ມີຄວາມເອົາໃຈໃສ່ພິເສດເຖິງຄວາມສະຫງົບ, ສະຖຽນລະພາບດ້ານການເມືອງ, ການພັດທະນາເສດຖະກິດສັງຄົມ, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ. ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ, ບັນດາໝາກຜົນທີ່ແຂວງກາວບັ່ງ ບັນລຸມາໄດ້ ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ. ທ່ານສະເໜີໃນການພັດທະນາເສດຖະກິດສັງຄົມ, ທາງແຂວງຄວນສຸມໃສ່ທ່າແຮງຂອງແຂວງຄື ກະສິກຳ, ປ່າໄມ້ ແລະ ອຸດສາຫະກຳປຸງແຕ່ງ ເພື່ອເຮັດແນວໃນຫັນຈາກການຜະລິດຂະໜາດນ້ອຍ ໄປສູ່ການຜະລິດເປັນສິນຄ້າ, ປະກອບສ່ວນແກ້ໄຂແຜນພັດທະນາເສດຖະກິດ ແລະ ບັນດາບັນຫາສັງຄົມ. ທ່ານປະທານປະເທດ ເຈືອງເຕີນຊາງ ກ່າວວ່າ
“ໃຫ້ບຸລິມະສິດຕໍ່ບັນຫາການຜະລິດພັດທະນາ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ. ໂຄງລ່າງເສດຖະກິດສັງຄົມຕ້ອງເຮັດລວງໜ້າ. ໃນໂຄງປະກອບເສດຖະກິດຂອງກາວບັ່ງ, ປ່າແມ່ນມີບົດບາດສຳຄັນທີ່ສຸດ. ນອກຈາກເລື່ອງປ່າສາມາດປ້ອງກັນສະເພາະ, ກໍ່ຍັງປະກອບສ່ວນຊຸກຍູ້ການຜະລິດ ແລະ ອຸດສາຫະກຳປ່າໄມ້ເດີນຕາມຫຼັງ. ທີ່ຕັ້ງບົດບາດສຳຄັນຂອງປ່າ ໄດ້ສົ່ງຜົນກະທົບຕໍ່ການເປັນຢູ່ຂອງປະຊາຊົນເປັນຈຳນວນຫຼວງຫຼາຍ”.