ທ່ານປະທານປະເທດ ເຈືອງເຕີນຊາງ
ເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງກອນຕຸມ
( ພາບ: .kontum.gov.vn )
|
( vovworld ) - ໂດຍສືບຕໍ່ການໄປປະຕິບັດງານຢູ່ແຂວງກອນຕຸມ, ຕອນເຊົ້າວັນທີ 16/3, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະປະຕິບັດງານໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງກອນຕຸມ ກ່ຽວກັບສະພາບປະຕິບັດໜ້າທີ່ວຽກງານເສດຖະກິດສັງຄົມປີ 2011 ແລະ ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບໃນບໍລິເວັນແຂວງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຊົມເຊີຍບັນດາຜົນງານເຊິ່ງແຂວງກອນຕຸມ ບັນລຸໄດ້ ໂດຍສະເພາະແມ່ນໃນຂົງເຂດພັດທະນາເສດຖະກິດ, ຮັບປະກັນຄວາມເປັນລະບຽບຮຽບ ຮ້ອຍ ແລະ ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ພັດທະນາ. ທ່ານປະທານປະເທດໄດ້ຖືວ່າ, ປີ 2012 ສະພາບພາຍໃນປະເທດ ແລະ ໂລກພວມປະສົບກັບຄວາມຫຍຸ້ງຍາກສັບສົນຫຼາຍຢ່າງ, ເພາະສະນັ້ນແຂວງກອນຕຸມ ຄວນມີມາດຕະການແກ້ໄຂຢ່າງຄົບຊຸດ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຢ່າງມີປະສິດທິຜົນ ເພື່ອຂຸດຄົ້ນຄວາມສາມາດບົມຊ້ອນຢ່າງໃຫຍ່ຫຼວງຂອງແຂວງກໍຄືຂອງເຂດ ໄຕຫງວຽນ. ທ່ານປະທານປະເທດໄດ້ໃຫ້ຄຳຕັກເຕື່ອນວ່າ, ພ້ອມກັບການພັດທະນາເສດຖະກິດສັງຄົມຕ້ອງເອົາໃຈໃສ່ເຖິງບັນຫາປົກປັກຮັກສາສິ່ງແວດລ້ອມ ໃນນັ້ນ, ພິເສດແມ່ນວຽກງານປົກປັກຮັກສາ ແລະ ພັດທະນາປ່າ. ນີ້ແມ່ນບັນຫາເປັນຕາຍທີ່ສົ່ງຜົນກະທົບເຖິງບັນດາການເຄື່ອນໄຫວດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານປະທານປະເທດ ເຈືອງເຕີນຊາງ ເວົ້າວ່າ.
“ ພວກເຮົາໄດ້ແລກປ່ຽນຄຳຄິດຄຳເຫັນເປັນປະຈຳກ່ຽວກັບທີ່ດິນທີ່ລ້ຳຄ່າເຊັ່ນນີ້, ແຕ່ລະດັບຂຸດຄົ້ນປ່າທັງລວງກວ້າງ ແລະ ລວງເລິກ, ເປີດກວ້າງເນື້ອທີ່ດິນ, ຮັກສາເນື້ອທີ່ປ່າໃຫ້ເໝາະສົມ, ປົກປັກຮັກສາຊີວະນານາພັນຢູ່ເຂດ ໄຕຫງວຽນ ນີ້, ອາດຈະເວົ້າໄດ້ວ່າຍັງຄ້າງຄ່າຫຼາຍຢ່າງ. ຕ້ອງເຮັດແນວໃດເພື່ອປົກປັກຮັກສາລະບົບຊີວະນານາພັນຂອງປ່າ, ຕ້ານສະພາບດິນເຊາະເຈືອນ.”
ທ່ານປະທານປະເທດໄດ້ເນັ້ນໜັກວ່າ, ດ້ວຍເນື້ອທີ່ກວ້າງ, ດິນອຸດົມສົມບຸນ, ແຂວງກອນຕຸມ ຄວນມີແຜນການກຳນົດຢ່າງຈະແຈ້ງ, ເພີ່ມທະວີການມອບໂອນນຳໃຊ້ວິທະຍາຊາດເຕັກນິກເຂົ້າໃນການຜະລິດ, ມີແຜນນະໂຍບາຍຢ່າງລະອຽດ ແລະ ແກ້ໄຂສິ່ງຄ້າງຄ່າຢ່າງທັນການ, ສະຫງວນບຸລິມະສິດທີ່ຈຳເປັນເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ. ນັ້ນແມ່ນປັດໃຈທີ່ສຳຄັນເພື່ອຮັກສາສະຖຽນລະພາບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ.