ທ່ານປະທານປະເທດ ເຈືອງເຕີນຊາງ ໂອ້ລົມສົນທະນາ ກັບນັກສຶກສານະຄອນ ດ່າໜັງ

ທ່ານປະທານປະເທດ ເຈືອງເຕີນຊາງ ໂອ້ລົມສົນທະນາ ກັບນັກສຶກສານະຄອນ ດ່າໜັງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້ພະນັກງານ, ວິ​ສາວະ​ກອນ ​ແລະ ກຳມະກອນທີ່​ພວມ​ກໍ່ສ້າງ​ຂົວ ຣົ່ງ

(vovworld) - ຕອນ​ເຊົ້າ​ວັນ​ທີ 9/1, ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ມູນ​ເຊື້ອ​ນັກຮຽນ - ນັກ​ສຶກສາ​, ຢູ່​ນະຄອນ ດ່າ​ໜັງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ນັກ​ສຶກສາ​ມະຫາວິທະຍາ​ໄລ ຢູຍ​ເຕີນ (Duy Tan) ​ແລະ ບັນດາ​ພະນັກງານ​ທີ່ເຄີຍ​ເຂົ້າ​ຮ່ວມ​ຂະບວນການ​ນັກ​ສຶກສາ​ຕົວ​ເມືອງ​ພາກ​ໃຕ້ ​ໄລຍະ 1954 – 1975. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​​ເນ​ັ້ນໜັກວ່າ ​ໃນ​ສະພາບ​ການ​ປະຈຸ​ບັນ, ​ເລື່ອງ​ສຶກສາ​ນ້ຳ​ໃຈ​ຮັກ​ຊາດ​ໃຫ້​ແກ່​ລຸ້ນໜຸ່ມ​ພວມ​ແມ່ນ​ວຽກ​ງານ​ທີ່​ໜັກໜ່ວງ​ສຳລັບ​ລຸ້ນກ່ອນ. ທ່ານ​ກ່າວ​ວ່າ:

“ມື້​ນີ້, ວັນ​ທີ 9/1, ​ເຊິ່ງ​ແມ່ນ​ວັນ​ມູນ​ເຊື້ອ​ຂອງ​ນັກຮຽນ - ນັກ​ສຶກສາ​ຫວຽດນາມ. ​ເຊິ່ງ​ແມ່ນ​ວັນທີ່​ນັກ​ຮຽນ - ນັກ​ສຶກສາ​ບໍ​ຈັກ​ວ່າ​ເທົ່າ​ໃດຄົນ​ໄດ້​ເສຍ​ສະຫຼະເລືອດ​ເນື້ອ, ​​ເພື່ອ​ປະກອບສ່ວນ​ຍາດ​ເອົາ​ເອກະລາດ - ​ເສລີພາບ​ໃຫ້​ແກ່​ປະ​ເທດ​ຊາດ​ທີ່​ຮັກ​ແພງ. ພັກ ​ແລະ ລັດ, ກໍ​ຄື​ປະຊາຊົນ​ຫວຽດນາມ ຈົດ​ຈຳ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ພະນັກງານ, ນັກຮົບ​ຫຼາຍ​ລຸ້ນຄົນ​ໃນ​ຂະ​ບວນການ​ນັກຮຽນ, ນັກ​ສຶກສາ​ພາກ​ໃຕ້. ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ພະນັກງານ​ຫຼັກ​ແຫຼ່ງ ທີ່​ຕາງໜ້າ​ໃຫ້​ຂະ​ບວນການ​ນັກຮຽນ - ນັກ​ສຶກສາ, ຂອງ​ປັນຍາ​ຊົນ, ນັກ​ສິລະ​ປະ​ໄລຍະ 1954 1975 ທີ່​ມີໜ້າ​ຢູ່​ທີ່​ນີ້, ​ເຖິງ​ວ່າ​ຍັງ​ມີ​ຫຼາຍສິ່ງ​ຕ້ອງ​ສົນ​ໃຈ ​ແຕ່​ຈົ່ງ​ສືບ​ຕໍ່​ຮັກສາ​ຄວາມ​ເຊື່ອ​ໝັ້ນ, ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ແທ້​ຈິງ​ໃນ​ການ​ກໍ່ສ້າງ, ບຳລຸງ​ສ້າງ ​ແລະ ສືບ​ທອດໃຫ​້​ລູກ​ຫຼານຂອງ​ຕົນ​ໃນ​ມື້​ນີ້ ​ແລະ ​ໃນ​ຕະຫຼອດ​ການ.”

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້ພະນັກງານ, ວິ​ສາວະ​ກອນ ​ແລະ ກຳມະກອນທີ່​ພວມ​ກໍ່ສ້າງ​ຂົວ ຣົ່ງ (Rong), ທີ່​ເຊື່ອມ​ຕໍ່​ໃຈກາງ​ ກັບ​ບັນດາ​ເມືອງ​ທາງ​ທິດ​ຕາ​ເວັນ​ອອກນະຄອນ ດ່າ​ໜັງ.

 

ຂ່າວ/ບົດ​ອື່ນ