ທ່ານປະທານປະເທດ ເຈືອງເຕິ໋ນຊາງເຊັນ ປະກາດລັດຖະທຳມະນູນ

ທ່ານປະທານປະເທດ ເຈືອງເຕິ໋ນຊາງເຊັນ ປະກາດລັດຖະທຳມະນູນ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ໄດ້​ເຊັນ​ຄຳ​ສັ່ງ​ປະກາດ
​ລັດຖະທຳ​ມະນູນ​ແຫ່ງ​ປະ​ເທດ ສສ ຫວຽດນາມ (ສະບັບ​ປັບປຸງ)



​(vovworld) – ວັນ​ທີ 8/12, ຢູ່​ຮ່າ​ໂນ້ຍ,  ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ໄດ້​ເຊັນ​ຄຳ​ສັ່ງ​ປະກາດ​ລັດຖະທຳ​ມະນູນ​ແຫ່ງ​ປະ​ເທດ ສສ ຫວຽດນາມ (ສະບັບ​ປັບປຸງ) ​ແລະ ມະຕິ​ກຳນົດ​ບາງ​ຂໍ້​ກ່ຽວ​ກັບ​ການ​ປະຕິບັດ​ລັດຖະທຳ​ມະນູນ ຂອງ ສສ ຫວຽດນາມ.

ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ນີ້ ​ແມ່ນ​ເອກະສານ​ດ້ານ​ການ​ເມືອງ, ກົດໝາຍ​ສຳຄັນ​ພິ​ເສດ, ​ແມ່ນ​ກົດໝາຍ​ທີ່​ເປັນ​ພື້ນຖານຂອງ​ລັດ​ໃນ​ໄລຍະ​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ຢ່າງຮອບດ້ານ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ລັດຖະທຳ​ມະນູນ​ສະບັບ​ປັບປຸງນີ້​ຢືນຢັນ​ເຈດ​ຈຳນົງ,​ ອະທິປະ​ໄຕ​ຂອງ​ປະຊາຊົນ ​ແລະ ກຳລັງ​ແຮງ​ມະຫາ​ສາມັກຄີ​ຂອງ​ຊາດ; ຢືນຢັນ​ປະ​ເທດ ສສ ຫວຽດນາມ ​ແມ່ນ​ປະ​ເທດ​ເອກະລາດ, ມີ​ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນຄົບ​ຖ້ວນ, ຢັ້ງຢືນ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ​ແມ່ນ​ລັດ​ຂອງ​ປະຊາຊົນ, ​ໂດ​ຍປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ລັດຖະທຳ​ມະນູນ​ສະບັບ​ປັບປຸງ ກໍ່​ຢືນຢັນ​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ກຳລັງ​ນຳພາ​ລັດ ​ແລະ ສັງຄົມ, ຕິດ​ພັນ​ຢ່າງ​ສະໜິດສະໜົມ​ກັບ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ ​ແລະ​ ຢູ່ພາຍ​ໃຕ້​ການ​ກວດກາ​ຂອງ​ປະຊາຊົນ, ຮັບຜິດຊອບ​ຕໍ່​ປະຊາຊົນ​ກ່ຽວ​ກັບ​ການ​ຕົກລົງ​ຂອງ​ຕົນ. ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ກໍ່ຍົກ​ສູງ​ສິດທິມະນຸດ, ສິດ ​ແລະ ພັນທະ​ທີ່​ເປັນ​ພື້ນຖານ​ຂອງ​ພົນລະ​ເມືອງ, ກຳນົດ​ລະບອບ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ, ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກົງຈັກ​ລັດ, ໜ້າ​ທີ່ ​ແລະ ສິດ​ອຳນາດ​ຂອງ​​ອົງການຕ່າງໆ​ໃນ​ກົງຈັກ​ລັດ, ກ່ຽວ​ກັບ​ຜົນ​ສັກສິດ ​ແລະ ການ​ປັບປຸງ​ລັດຖະທຳ​ມະນູນ​ຢ່າງ​ຈະ​ແຈ້ງ ​ແລະ ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ