ທ່ານ​ປ​ະ​ທານ​ປະ​ເທດ​ຫງວຽນ​ຊັວນ​ຝຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ໂຮ່​ຈິ​ມິນ

(VOVWORLD) - ທ່ານປະທານປະເທດຫງວຽນຊັວນຝຸກ ຕີລາຄາສູງ ຄະນະ ສສຊ ນະຄອນໂຮ່ຈິມິນ ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງ ກ່ຽວກັບຫົວເລື່ອງສະເພາະ ເພື່ອຮັບຟັງຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງຖັນແຖວພະນັກງານ, ແພດໝໍ....
ທ່ານ​ປ​ະ​ທານ​ປະ​ເທດ​ຫງວຽນ​ຊັວນ​ຝຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ໂຮ່​ຈິ​ມິນ - ảnh 1

 ທ່ານປະທານປະເທດຫງວຽນຊັວນຝຸກ  ແລະ ບັນດາຜູ້ແທນຢູ່ເມືອງກູຈີ (ພາບ: Thống Nhất/TTXVN)

  ຕອນເຊົ້າວັນທີ 11 ຕຸລາ, ທ່ານປະທານປະເທດຫງວຽນຊັວນຝຸກ ພ້ອມກັບໜ່ວຍ ສສຊ ນະຄອນໂຮ່ຈິມິນ ຫົວໜ່ວຍເລກທີ 10 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູຈີ. ລາຍການດັ່ງກ່າວໄດ້ຈັດຂຶ້ນແບບທາງໄກຈາກມເມືອງ ກູຈີ ກັບສະຖານທີ່ຢູ່ຕາແສງຕ່າງໆ.

   ທ່ານປະທານປະເທດຫງວຽນຊັວນຝຸກ ຕີລາຄາສູງ ຄະນະ ສສຊ ນະຄອນໂຮ່ຈິມິນ ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງ ກ່ຽວກັບຫົວເລື່ອງສະເພາະ ເພື່ອຮັບຟັງຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງຖັນແຖວພະນັກງານ, ແພດໝໍ, ຜ່ານນັ້ນ ພ້ອມກັບການນຳພັກ, ລັດ ແລະ ນະຄອນໂຮ່ຈິມິນ ຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກ, ເບິ່ງແຍງດູແລສຸຂະພາບ ປຊຊ ຢ່າງມີປະສິດທິຜົນກ່ວາ, ເພື່ອແນໃສ່ສ້າງເສດຖະກິດ ສັງຄົມເປັນປົກກະຕິຫຼັງໂລກລະບາດໂຄວິດ 19. ກ່ຽວກັບການສັກວັກຊິນໃຫ້ແກ່ເດັກນ້ອຍ,   ທ່ານປະທານປະເທດຫງວຽນຊັວນຝຸກ ເນັ້ນໜັກວ່າ:

   ການສັກວັກຊິນໃຫ້ແກ່ເດັກນ້ອຍ ເພື່ອໃຫ້ເດັກສາມາດໄປໂຮງຮຽນ ແມ່ນບັນຫາທີ່ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດ. ປະຈຸບັນ, ກະຊວງສາທາລະນະສຸກ ແລະ ສະພາວິຊາສະເພາະກ່ຽວກັບວັກຊິນ ໄດ້ຍົກອອກຄຳກ່າວເຕືອນ ກ່ຽວກັບການສັກວັກຊິນໃຫ້ແກ່ຜູ້ມີອາຍຸຕຳກ່ວາ 18 ປີ, ສູ້ຊົນສັກໃນທ້າຍເດືອນຕຸລາ, ຕົ້ນເດືອນພະຈິກ ສຳລັບເດັກໃນເກັນອາຍຸແຕ່ 11-17 ປີ. ຫວຽດນາມ ໄດ້ຊື້ວັກຊິນ ຂອງກູບາ ໃຫ້ແກ່ຜູ້ໃຫ່ຍ 5 ລ້ານໂດສ ແລະ ເດັກນ້ອຍ 5 ລ້ານໂດສ . ສ່ວນບໍລິວັດ Pfizer ກໍ່ໃຫ້ຄຳໝັ້ນສັນຍາຈະສະໜອງວັກຊິນໃຫ້ແກ່ເດັກນ້ອຍ 20 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ