ຕອນເຊົ້າວັນທີ 30/11, ທ່ານປະທານປະເທດ ເຈືອງເຕີນຊາງໄດ້ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນນຕີ Belarus Mikhail Myasnikovich ເຊິ່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຢ່າງເປັນທາງການ. ທ່ານປະທານປະເທດ ເຈືອງເຕີນຊາງ ຊົມເຊີຍ Belarus ໄດ້ກາຍເປັນຜູ້ສັງເກດການ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (ຫຼື AIPA) ແລະ ຢືນຢັນວ່າ: ຫວຽດນາມພ້ອມແລ້ວເປັນຂົວເຊື່ອມຕໍ່ຊ່ວຍ Belarus ເປີດກ້ວາງ ແລະ ພັດທະນາສາຍພົວພັນກັບອາຊຽນ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ການນຳ 2 ປະເທດ ແລະ ປຊຊ ຫວຽດນາມຖືເປັນສຳຄັນ ແລະ ຕັດສິນໃຈປັບປຸງ ແລະ ເພິ່ມທະວີການພົວພັນມິດຕະພາບອັນເປັນມູນເຊື້ອ ກັບ Belarus. ທ່ານນາຍົກລັດຖະມົນນຕີ Mikhail Myasnikovich ສະເໜີຫວຽດນາມເພິ່ມທະວີການຮ່ວມມືກັບ Belarus ໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ,ໃນນັ້ນມີການຄົ້ນຄ້ວາວິທະຍາສາດ, ສຶກສາ - ບຳລຸງສ້າງ, ເຕັກນິກການທະຫານ. ທ່ານນາຍົກລັດຖະມົນນຕີ Mikhail Myasnikovich ຖືວ່າ: 2 ຝ່າຍຄວນເພິ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ... ຍິງກ່ວາອີກ. ທ່ານນາຍົກລັດຖະມົນຕີ Belarus ເຊື່ອໝັ້ນການພົວພັນລະຫວ່າງ 2 ປະເທດຈະໄດ້ຮັບການຮັດແໜ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດໃນປີ 2012, ດ້ວຍບັນດາໝາກຜົນການຮ່ວມມືຢ່າງແທດຈິງ.