ທ່ານປະທານປະເທດຫວຽດນາມຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີອີຣານ
ການເຈລະຈາລະຫວ່າງ ຫວຽດນາມ - ອີຣານ
(vovworld) - ຕອນຄ່ຳວັນທີ 06/10 ຢູ່ສູນກອງປະຊຸມສາກົນ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຈັດງານລ້ຽງຂ່ຳນັບຮັບຕ້ອນທ່ານປະທານາທິບໍດີ ສ.ອີຣານ Hassan Rouhani ແລະ ຄະນະຜູ້ແທນຂັ້ນສູງ ສ.ອີຣານ ເນື່ອງໃນໂອກາດປະຕິບັດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 05 – 07/10/2016. ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ ແລະ ອີຣານ ໄດ້ເປັນຮູບເປັນຮ່າງ ແລະ ໄດ້ຝຶກຝົນຫຼໍ່ຫຼອມນັບແຕ່ຊຸມເດືອນປີທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ໃນປະຫວັດສາດຂອງ 2 ປະເທດ. ວັນທີ 04/08/1973 ໄດ້ສ້າງຂີດໝາຍໃຫ້ 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດ. ທ່ານປະທານປະເທດສະແດງຄວາມເຊື່ອໝັ້ນວ່າ: ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອສະໜິດຕິດພັນຂອງ 2 ຊາດ, ພ້ອມກັບຄວາມຕັດສິນໃຈສູງຂອງການນຳ 2 ປະເທດ, ການພົວພັນອັນດີງາມ 2 ຝ່າຍ ຫວຽດນາມ - ອີຣານ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງແຮງ, ແທດຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍຂອງປະຊາຊົນ 2 ປະເທດ.
ສວ່ນທ່ານປະທານາທິບໍດີ ສ.ອີຣານ Hassan Rouhani ຊີ້ແຈ້ງວ່າ ການຢ້ຽມຢາມທາງລັດຖະກິດໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍການພົບປະດ້ານການເມືອງ, ການທູດເພື່ອປັບປຸງ ແລະ ເພີ່ມທະວີການພົວພັນ 2 ປະເທດເທົ່ານັ້ນ ຫາກຍັງແມ່ນຫັນຄວາມໄຝ່ຝັນຂອງທ່ານປະທານາທິບໍດີ ເມື່ອຄວາມຍັງໜຸ່ມຄິດຢາກໄປ ຫວຽດນາມ ໃຫ້ປະກົດຜົນເປັນຈິງ ໄດ້ເຫັນປະຈັກຕາຊີວິດການເປັນຢູ່, ຂອງປະຊາຊົນ ຫວຽດນາມ ອີກດ້ວຍ. ທ່ານ Hassan Rouhani ສະແດງຄວາມຮູ້ສຶກກ່ຽວກັບຄວາມຕັດສິນຂອງ 2 ປະເທດໃນການເພີ່ມທະວີການຮ່ວມມືກ່ວາອີກ ກ່ຽວກັບດ້ານການເມືອງ, ເສດຖະກິດ, ການຄ້າ, ວັດທະນະທຳ; ເຊື່ອໝັ້ນວ່າ ໃນອະນາຄົດການພົວພັນ ຫວຽດນາມ - ອີຣານ ຈະສວຍງາມສົດໃສກ່ວາອີກ.