ທ່ານປະທານປະເທດເຈີນດ້າຍກວາງ ຕ້ອນຮັບທ່ານ
ເອກອັກຄະລັດຖະທູດ ຝລັ່ງ Bertrand Lortholary
ພາບ:vov
|
(vovworld)- ຕອນເຊົ້າວັນທີ 8/10 ຢູ່ສຳນັກງານປະທານປະເທດ, ທ່ານເອກອັກຄະລັດຖະທູດບັນດາປະເທດຄື: ຝລັ່ງ, ການາດາ, ກາຕາ, ສາທາລະນະລັດໄຊປຣັດ(Cyrrus), Croatia, Zambia, Turkmenistan ໄດ້ເຂົ້າຍື່ນສານຕາຕັ້ງເຖິງທ່ານປະທານປະເທດເຈີນດ້າຍກວາງ ເນື່ອງໃນໂອກາດໄດ້ຮັບການແຕ່ງຕັ້ງມາຮັບຫນ້າທີ່ເປັນເອກອັກຄະລັດຖະທູດ ປະຈຳຫວຽດນາມ. ພາຍຫລັງຍື່ນສານຕາຕັ້ງ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດດັ່ງກ່າວຕາມລຳດັບ.
ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ຝລັ່ງ Bertrand Lortholary, ທ່ານປະທານປະເທດເຈີນດ້າຍກວາງ ປາດຖະຫນາວ່າ ທ່ານເອກອັກຄະລັດຖະທູດ ຈະຕັ້ງຫນ້າປະກອບສ່ວນນຳການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ, ມີປະສິດທິຜົນ ແລະ ແທດຈິງ.
ເມື່ອຕອ້ນຮັບທ່ານເອກອັກຄະລັດຖະທູດ ການາດາ Ping Kinikone, ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະຫນາວ່າ ສອງຝ່າຍຄວນເພີ່ມທະວີການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ກວ່າອີກ ແລະ ຖືນີ້ແມ່ນຈຸດສຸມໃນການພົວພັນສອງຝ່າຍໃນໄລຍະຈະມາເຖິງ.
ເມື່ອຕອ້ນຮັບເອກອັກຄະລັດຖະທູດ ການາ Mohamed Ismali Al Emadi, ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ ສອງປະເທດຍູ້ແຮງການແລກປ່ຽນດ້ານການຄ້າກວ່າອີກ.