ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງປະທານກຸ່ມບໍລິສັດ Huyndai
ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
ຕ້ອນຮັບທ່ານ Chung-Yeng-Sun ຮອງປະທານກຸ່ມບໍລິສັດ Huyndai
ຕອນບ່າຍວັນທີ 28/2 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ Chung-Yeng-Sun ຮອງປະທານກຸ່ມບໍລິສັດ Huyndai ສ.ເກົາຫລີ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢືນຢັນວ່າ ຫວຽດນາມ ຈະປະຕິຮູບລະບຽບການບໍລິຫານ, ປັບປຸບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ ໃນນັ້ນມີບັນດາວິສາຫະກິດ ສ.ເກົາຫຼີ, ເປີດກ້ວາງການດຳເນີນທຸລະກິດ, ແລກປ່ຽນຄ້າຂາຍຢ່າງມີປະສິດທິຜົນ, ຍາວນານຢູ່ ຫວຽດນາມ. ທ່ານປະທານປະເທດກໍ່ປາດຖະໜາວ່າ ກຸ່ມບໍລິສັດ Huyndai ເປີດກ້ວາງການລົງທຶນ, ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ເອົາໃຈໃສ່ເປັນພິເສດເຖິງການຖ່າຍທອດເຕັກໂນໂລຢີ; ຍົກສູງອັດຕາການນຳໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ ເພື່ອຍາດແຍ່ງບຸລິມະສິດກ່ຽວກັບພາສີອາກອນຢ່າງສຸດຂີດ; ເພີ່ມຄວາມສາມາດແກ່ງແຍ້ງກັບບັນດາເຄື່ອງໝາຍການຄ້າອື່ນໆ. ພ້ອມທັງ ສືບຕໍ່ລົງທຶນການຜະລິດລົດໂອໂຕ ແລະ ບັນດາຜະລິດຕະພັນໜູນຊ່ວຍຂະແໜງຜະລິດຕະພັນລົດໂອໂຕຢູ່ ຫວຽດນາມ.
ສ່ວນທ່ານ Chung-Yeng-Sun ຮອງປະທານກຸ່ມບໍລິສັດ Huyndai ຢືນຢັນວ່າ: ຈະເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ; ເປີດບັນດາຊຸດຝຶກອົບຮົມ; ຍົກສູງຄຸນນະພາບຜະລິດຕະພັນ. ໃຫ້ຄຳໝັ້ນສັນຍາຈະລົງທຶນຍາວນານ, ຍູ້ແຮງການຖ່າຍຖອດເຕັກໂນໂລຢີ ແລະ ປະຕິບັດຄວາມຮັບຜິດຊອບສັງຄົມຂອງວິສາຫະກິດ.