ທ່ານປະທານປະເທດເຈີນດ້າຍກວາງພົບປະກັບກຳລັງປະກອບອາວຸດນະຄອນໂຮ່ຈິມີນ

 ທ່ານປະທານປະເທດເຈີນດ້າຍກວາງພົບປະກັບກຳລັງປະກອບອາວຸດນະຄອນໂຮ່ຈິມີນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ພົບປະກັບກຳລັງປະກອບອາວຸດນະຄອນໂຮ່ຈິມີນ
ພາບ:qdnd.vn

(vovworld)- ​​  ​ຕອນ​ເຊົ້າ​ວັນ​ທີ 11/12 ຢູ່ ກອງ​ບັນ​ຊາ​ການທະ​ຫານ​ນະ​ຄອນ​ໂຮ່​ຈ​ິນ​ມີນ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ມີ​ການພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຢູ່​ບໍ​ລິ​ເວນ​ນະ​ຄອນ​ໂຮ່​ຈິ​ມີນ, ລາຍ​ງານ​ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ພ້ອມ​ທັງ​ພົບ​ປະ, ຮັບ​ຟັງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາດ ແລະ ລະ​ດົມ​ກຳ​ລັງ​ໃຈ​ພະ​ນັກ​ງານ, ນັກ​ຮົບ​​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນ​ໂຮ່​ຈິ​ມີນ ພ້ອມ​ແລ້ວ​ຮັບ​ຫນ້າ​ທີ່ ແລະ​ປະ​ຕິ​ບັດ​ສຳ​ເລັດ​ທຸກ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ​ເປັນ​ຢ່າງ​ດີ. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ ຫນ້າ​ທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃຫມ່ ພວມ​ວາງ​ອອກ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ໃຫມ່, ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຕ້ອງ​ກະ​ກຽມ​ທຸກ​ດ້ານ​ເປັນ​ຢ່າງ​ດີ, ພ້ອມ​ແລ້ວ ສູ້​ຮົບ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຢ່າງ​ໝັ້ນ​ຄົງ​ຫນັກ​ແຫນ້ນ, ຜືນ​ແຜນ​ດິ​ນ​ຂອງ​ປະ​ເທດ​ຊາດ​ອັນ​ຄົບ​ຖ້ວນ​ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ.


ຕອບກັບ

ຂ່າວ/ບົດ​ອື່ນ