(VOVWORLD) -ວັນທີ 10 ພະຈິກ, ເນື່ອງໃນໂອກາດສັບປະດາຂັ້ນສູງ APEC ຢູ່ ດາຫນັງ, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ.
ທ່ານປະທານປະເທດເຈີນດ້າຍກວາງພົບປະກັບນາຍົກລັດຖະມົນຕີສິງກະໂປຫລີຊຽນຫລົງ
ພາບ:vietnam+
|
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫລີຊຽນຫລົງ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການເປັນເຈົ້າພາບຈັດຕັ້ງ ສັບປະດາຂັ້ນສູງ APEC 2017. ທ່ານນາຍົກລັດຖະມົນຕີ ຫລີຊຽນຫລົງ ສະແດງຄວາມປາດຖະຫນາວ່າ ຫວຽດນາມ ສະຫນັບສະຫນູນ ສິງກະໂປ ໃນອາຍຸການປະທານ ອາຊຽນ 2018, ສະເຫນີ ຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ແລະ ນັກລົງທຶນ ສິງກະໂປ ສືບຕໍ່ດຳເນີນທຸລະກິດຢູ່ຫວຽດນາມ ຢ່າງມີປະສິດທິຜົນ.
ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນ: ນະໂຍບາຍສົ່ງເສີມວິສາຫະກິດ ສິງກະໂປ ລົງທຶນເຂົ້າຫວຽດນາມ.
ການນຳສອງທ່ານຕີລາຄາສູງການຮ່ວມມືດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ການສຶກສາ ພວມພັດທະນາຢ່າງແຮງງານລະຫວ່າງສອງປະເທດ. ສອງຝ່າຍກໍ່ແລກປ່ຽນບັນດາບັນຫາພາກພື້ນ, ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.