ທ່ານປະທານປະເທດເຈີນດ້າຍກວາງ ພົບປະກັບ ທ່ານປະທານປະເທດຈີນ ສີຈິ້ນຜິງ
|
(vovworld)- ວັນທີ 19/11, ຢູ່ນະຄອນຫລວງ Lima ປະເທດ ເປຣູ, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ມີການພົບປະກັບບັນດາການນຳ APEC.
ທີ່ການພົບປະຂັ້ນສູງລະຫວ່າງຫວຽດນາມ ແລະ ຈີນ, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ຖືວ່າ: ການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃນໄລຍະຜ່ານມາ ສືບຕໍ່ຮັກສາທ່າພັດທະນາຢ່າງຕັ້ງຫນ້າ. ໃນສະພາບການໂລກ ແລະ ພາກພື້ນ ພວມຜັນແປໄປຢ່າງສັບສົນ, ສອງຝ່າຍຄວນແລກປ່ຽນຍຸດທະສາດ, ແກ້ໄຂຄວາມບໍ່ລົງລອຍກັນ, ຊຸກຍູ້ການຮ່ວມມືເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.
ທີ່ການພົບປະຂັ້ນສູງລະຫວ່າງຫວຽດນາມ ແລະ ລັດເຊຍ, ທ່ານປະທານປະເທດເຈີນດ້າຍກວາງ ແລະ ປະທານາທິບໍດີ ລັດເຊຍ V.Putin ມີຄວາມພຶງພໍໃຈຕໍ່ບັນດາການພັດທະນາຢ່າງວ່ອງໄວຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ແລະ ປາດຖະຫນາວ່າ ຈະພ້ອມກັນສູ້ຊົນສ້າງພື້ນຖານການພົວພັນສອງຝ່າຍໃນທຸກຂົງເຂດໃຫ້ໝັ້ນຄົງກວ່າອີກ.
ທີ່ການພົບປະກັບປະທານາທິບໍດີ ຈີເລ, ທ່ານປະທານປະເທດເຈີນດ້າຍກວາງ ສະເຫນີ ສອງຝ່າຍພ້ອມກັນມານະພະຍາຍາມຊຸກຍູ້ການລົງນາມໃນບັນດາຂໍ້ຕົກລົງຮ່ວມມືເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນລະຫວ່າງສອງປະເທດກວ່າອີກ. ປະທານາທິບໍດີ ຈີເລ Bachele Jeria ຢຶນຢັນ: ຈີເລ ຖືເປັນສຳຄັນ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ, ສະຫນັບສະຫນູນ ແລະ ພ້ອມແລ້ວສົມທົບກັນຢ່າງແຫນ້ນແຟ້ນເພື່ອໃຫ້ປີ APEC ຫວຽດນາມ 2017 ແລະ APEC ຈີເລ 2019 ປະສົບຜົນສຳເລັດຢ່າງຈົບງາມ.