ທ່ານປະທານປະເທດເຈີ່ນດ້າຍກວາງພົບປະເຈົ້າຄອງນະຄອນMilanແລະປະທານເຂດLombardia

ທ່ານປະທານປະເທດເຈີ່ນດ້າຍກວາງພົບປະເຈົ້າຄອງນະຄອນMilanແລະປະທານເຂດLombardia - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ
ທ່ານ Roberto Maroni ປະທານ​ເຂດ Lombardia

(vovworld) - ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ສາທາລະນະ​ລັດ ອີ​ຕາ​ລີ, ຕອນ​ບ່າຍ​ວັນ​ທີ 24/11 (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ​ໄດ້ພົບ​ປະ​ກັບ​ທ່ານ Giuseppe Sala ​ເຈົ້າ​ຄອງ​ນະຄອນ Milan ​ແລະ ທ່ານ Roberto Maroni ປະທານ​ເຂດ Lombardia. ນະ​ທີ່​ນີ້ ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ນະຄອນ Milan ​ແລະ ເຂດ Lombardia ສືບ​ຕໍ່​ສົມທົບ​ກັນ​ໜູນ​ຊ່ວຍການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ຂອງ ຫວຽດນາມ ຢູ່​ທ້ອງ​ຖິ່ນ, ຊ່ວຍ​ປະຊາຊົນ ອີ​ຕາ​ລີ ​ເວົ້າ​ລວມ ​ແລະ ປະຊາຊົນ​ນະຄອນ Milan ​ແລະ ​ເຂດ Lombardia ​ເວົ້າ​ສະ​ເພາະ​ມີ​ຄວາມ​ເຂົ້າໃຈ​ກ່ວາ​ອີກ​ກ່ຽວ​ກັບ ຫວຽດນາມ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ ​ແລະ ​ເປີດ​ແງ່​ຫວັງ​ຮ່ວມ​ມື​ໃໝ່.

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ການ​ນຳ​ເຂດ Lombardia ​ແລະ ນະຄອນ Milan ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ເຂດ Lombardia, ນະຄອນ Milan ກັບ ຫວຽດນາມ ​ແມ່ນຍັງ​ໃຫຍ່​ຫລວງ​ຢູ່, ​ເຫັນ​ດີ​ເປັນ​ເອກະ​ພາບ ສືບ​ຕໍ່​ສົ່ງ​ເສີມ ​ແລະ ສະໜັບສະໜູນ​ບັນດາ​ວິ​ສາ​ຫະກິດ ​ເພີ່ມ​ທະວີ​ການ​ມີໜ້າ​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່ມີ​ທ່າ​ແຮງ​ຄື: ກົນ​ຈັກ, ຜະລິດ​ເຄື່ອງຈັກ, ພື້ນຖານ​ໂຄງ​ລ່າງ, ພະລັງງານ, ອອກ​ແບບ​​ແຟຊັນ, ພ້ອມທັງ​ຊຸກຍູ້​ບັນ​ດາ​ໂຄງການ​ຮ່ວມ​ມື​ດ້ານ​ການສຶກສາ - ກໍ່ສ້າງ​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ ຫວຽດນາມ ກັບ​ບັນດາ​ມະຫາວິທະຍາ​ໄລ​ຂອງ Milan. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ ລັ​ດ ​ແລະ ລັດຖະບານ ຫວຽດນາມ ພ້​ອມ​ແລ້​ວທີ່​ຈະ​ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ນະຄອນ Milan, ​ເຂດ Lombardia ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ.

 

ຂ່າວ/ບົດ​ອື່ນ