(vovworld) - ຕອນເຊົ້າວັນທີ 21/01, ຢູ່ນະຄອນເກີນເທີ, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ຄະນະປະຕິບັດງານສູນກາງ, ໄດ້ລົງຢ້ຽມຢາມ, ກວດກາວຽກງານ ແລະ ອວຍພອນບຸນເຕັດພະນັກງານ, ນັກຮົບກຳລັງປະກອບອາວຸດທະຫານເຂດ 9. ຢູ່ທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ກຳລັງປະກອບອາວຸດທະຫານເຂດ 9 ເພີ່ມທະວີວຽກງານກຳແໜ້ນ, ຄົ້ນຄວ້າ, ຕີລາຄາ ແລະ ຄາດຄະເນບັນດາສະພາບການສັບສົນອາດຈະເກີດຂຶ້ນ, ໂດຍສະເພາະແມ່ນຢູ່ບັນດາເຂດທະເລ, ເກາະ, ເຂດຊາຍແດນ; ຄົ້ນພົບບັນດາກົນອຸບາຍ, ການເຄື່ອນໄຫວຫວັງມ້າງທຳລາຍຂອງບັນດາກຳລັງທີ່ເປັນປໍລະປັກ, ປະຕິການເພື່ອເປັນເຈົ້າການ ມີມາດຕະການຮັບມີ, ສະກັດກັ້ນ, ຍູ້ໃຫ້ຖອຍໄປ, ເພື່ອປົກປັກຮັກສາເຂດດິນແດນຂອງປະເທດຊາດຢ່າງໝັ້ນຄົງ. ທ່ານປະທານປະເທດ ເຈີນດ້າຍກວາງ ຮຽກຮ້ອງໃຫ້ກຳລັງປະກອບອາວຸດທະຫານເຂດ 9 ເປັນເຈົ້າການ ແລະ ຕັ້ງໜ້າຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດປ້ອງກັນຊາດ ກັບກຳປູເຈຍ ໃຫ້ຖືກຕາມທິດທາງພົວພັນກັບຕ່າງປະເທດຂອງພັກ, ລັດ; ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງກຳລັງປະກອບອາວຸດເຂດທະຫານກັບກອງທັບ ແລະ ປະຊາຊົນກຳປູເຈຍ, ເພື່ອແນໃສ່ສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.
ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ຄະນະປະຕິບັດງານສູນກາງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ; ໄປຢ້ຽມຢາມ, ກວດກາວຽກງານ ແລະ ອວຍພອນບຸນເຕັດນັກຮົບບັນດາກຳລັງປະກອບອາວຸດຢູ່ແຂວງອານຢາງ.