ທ່ານປະທານປະເທດເຈີນດ້າຍກວາງສົ່ງຈົດໝາຍເນື່ອງໃນໂອກາດວັນສາກົນຜູ້ບໍລິຈາກເລືອດ

(VOVWORLD) -ເນື່ອງໃນໂອກາດວັນສາກົນຜູ້ບໍລິຈາກເລືອດ (14/6), ທ່ານປະທານປະເທດເຈີນດ້າຍກວາງ ໄດ້ສົ່ງຈົດໝາຍເຖິງຜູ້ບໍລິຈາກເລືອດໂດຍສະໝັກໃຈ, ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີການປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ຂະບວນການບໍລິຈາກເລືອດ. 

ທ່ານປະທານປະເທດເຈີນດ້າຍກວາງສົ່ງຈົດໝາຍເນື່ອງໃນໂອກາດວັນສາກົນຜູ້ບໍລິຈາກເລືອດ - ảnh 1 ການເຄື່ອນໄຫວບໍລິຈາກເລືອດ

ພາບ: dantri

ໃນຈົດໝາຍ ທ່ານປະທານປະເທດ ຂຽນວ່າ: ໄລຍະຜ່ານມາ, ຂະບວນການບໍລິຈາກເລືອດໂດຍສະໝັກໃຈໄດ້ຮັບຄວາມເອົາໃຈໃສ່ຈາກການນຳທຸກຂັ້ນ, ຂະແຫນງການ ເພື່ອໃຫ້ຂະບວນການພັດທະນາຢ່າງເລິກເຊິ່ງເຊິ່ງກວ້າງຂວາງໃນທົ່ວປະເທດ ດ້ວຍການເຄື່ອນໄຫວຫລາຍຢ່າງ, ແທດຈິງ. ຜ່ານນັ້ນ ໄດ້ກູ້ເອົາຊີວິດໃຫ້ຄົນເຈັບຫລາຍຄົນ. ທ່ານປະທານປະເທດ ສະເຫນີ ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ຄະນະ, ຂະແຫນງການຕ່າງໆ ສືບຕໍ່ເອົາໃຈໃສ່ຊີ້ນຳຍູ້ແຮງຂະບວນການບໍລິຈາກເລືອດ ແລະ ຮຽກຮ້ອງປະຊາຊົນໃນທົ່ວປະເທດຕັ້ງຫນ້າເຂົ້າຮ່ວມການບໍລິຈາກເລືອດກູ້ເອົາຊີວິດ ເພື່ອສັງຄົມເຂັ້ມແຂງ ແລະ ມະນຸດສາດ. 

ຕອບກັບ

ຂ່າວ/ບົດ​ອື່ນ